ຫວຽດນາມ ມອບ “ ຫຼຽນໄຊມິດຕະພາບ ” ໃຫ້ທ່ານປະທານ ກຳມາທິການສາມັກຄີ ຫວຽດນາມ-ອິນເດຍ ລັດ Bengal ຕາເວັນຕົກ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໂຕນຊີງແທ່ງ
ມອບ ຫຼຽນໄຊມິດຕະພາບປະທານກຳມາທິການສາມັກຄີ ອິນເດຍ-ຫວຽດນາມ
(ພາບ: baomoi.com)
(vovworld) - ຕອນບ່າຍວັນທີ 27/1 ທີ່ນະຄອນ Kolkata, ລັດ Bengal ຕາເວັນຕົກ, ອິນເດຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໂຕນຊີງແທ່ງ ໄດ້ມອບ “ ຫຼຽນໄຊມິດຕະພາບ ” ໃຫ້ທ່ານປະທານກຳມາທິການສາມັກຄີ ອິນເດຍ-ຫວຽດນາມ ລັດ Bengal ຕາເວັນຕົກ Geetesh Sharma . ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ໂຕນຊີງແທ່ງ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານ Sharma ໃນເລື່ອງຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທຸກດ້ານລະຫວ່າງ ອິນເດຍ-ຫວຽດນາມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ທ່ານກໍ່ຄືຄະນະກຳມະການສາມັກຄີ ອິນເດຍ-ຫວຽດນາມ ລັດ Bengal ຕາເວັນຕົກ ແລະ ປະຊາຊົນ 2 ປະເທດຈະສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນດີງາມລະຫວ່າງ ອິນເດຍ-ຫວຽດ ນາມ ກ່ວາອີກ.
ໃນ 40 ປີຜ່ານມາ, ທ່ານ Sharma ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດ, ກໍ່ຄືວິວັດການພັດທະນາປະເທດຂອງປະຊາຊົນຫວຽດນາມ. ທ່ານ Sharma ໄດ້ຂຽນປຶ້ມຫຼາຍຫົວກ່ຽວກັບຫວຽດນາມ ແລະ ການພົວພັນອິນເດຍ-ຫວຽດນາມ.
ທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ໂຕນຊີງແທ່ງ ໄດ້ປຸກລະດົມ ແລະ ຮຽກຮ້ອງໃຫ້ປະຊາຊົນທຸກຊັ້ນວັນນະ ອິນເດຍ ເຂົ້າຮ່ວມການເສັງຊອກຮູ້ກ່ຽວກັບຫວຽດນາມ ແລະ ທ່ານປະທານໂຮ່ຈິມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 125 ແຫ່ງວັນຄ້າຍວັນເກີດຂອງເພິ່ນ (19/5/1890-19/5/2015).