ຫວຽດນາມ ມານະພະຍາຍາມປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
(VOVWORLD) -ວັນທີ 22 ມີນາ, ກ່າວຄຳເຫັນໃນວາລະປະຊຸມຄົບຄະນະ ເຊິ່ງນອນໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 144 ຢູ່ ບາລີ (ອິນໂດເນເຊຍ), ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ຍົກອອກຂໍ້ສະເໜີຈຳນວນໜຶ່ງເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະພາແຫ່ງຊາດ ມຸ່ງໄປເຖິງເປົ້າໝາຍບັນລຸການປ່ອຍອາຍພິດລົງເປັນ 0.
ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ຕາມນັ້ນແລ້ວ, ລັດຖະສະພາບັນດາປະເທດ ຕ້ອງຊຸກຍູ້ລັດຖະບານ ຜັນຂະຫຍາຍນະໂຍບາຍແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕາມສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ມີປະສິດທິຜົນກວ່າອີກ. ຫວຽດນາມ ກໍຖືວ່າ ບັນດາລັດຖະສະພາຕ້ອງເພີ່ມທະວີວຽກງານສ້າງກົດໝາຍ, ສຳຫຼວດກວດຄືນ, ເພີ່ມເຕີມການສ້າງກົດໝາຍ, ຕິດຕາມກວດກາ ແລະ ຈັດແບ່ງງົບປະມານ ເພື່ອຮັບປະກັນການປະຕິບັດຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງຊາດ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ມຸ່ງໄປເຖິງເປົ້າໝາຍບັນລຸການປ່ອຍອາຍພິດລົງເປັນ 0, ເໝາະສົມກັບກຳລັງຄວາມສາມາດ, ລະດັບການພັດທະນາຂອງແຕ່ລະປະເທດ.
ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ຢັ້ງຢືນວ່າ ຫວຽດນາມ ຕັດສິນໃຈປະຕິບັດໜ້າທີ່ພັດທະນາເສດຖະກິດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ. ຫວຽດນາມ ກໍຈະສືບຕໍ່ຫຼຸດຜ່ອນການເອື່ອຍອີງໃສ່ເຊື້ອເພີງຟອກຊິວຢ່າງແຮງ, ເພີ່ມອັດຕາພະລັງງານຜະລິດຄືນໃໝ່ຂຶ້ນຢ່າງແຮງ, ສູ້ຊົນສ້າງຂັ້ນຕອນໃຫ້ເໝາະສົມກັບວິວັດການຫັນໄປສູ່ພື້ນຖານເສດຖະກິດຂຽວ, ໝູນວຽນ, ກາກບອນຕ່ຳ, ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງ ຫວຽດນາມ ເຂົ້າຮ່ວມ, ໃນນັ້ນ ມີຄຳໝັ້ນສັນຍາ ໃນ COP26.