​ຫວຽດ​ນາມ ມີ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່​ຕື່ມ​ອີກ​ໜ້ອຍ​ທີ່​ສຸດ​ໃນ 2 ເດືອນ​ຜ່ານ​ມາ

(VOVWORLD) -ວັນທີ 10 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 28.307 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 34.000 ຄົນ ແລະ ຜູ້ເສຍຊີວິດ 19 ຄົນ. 



​ຫວຽດ​ນາມ ມີ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່​ຕື່ມ​ອີກ​ໜ້ອຍ​ທີ່​ສຸດ​ໃນ 2 ເດືອນ​ຜ່ານ​ມາ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ

ໄລ່ຮອດຕອນບ່າຍວັນທີ 10 ເມສາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 208,5 ລ້ານຄົນ. ໃນນັ້ນມີ 100% ຜູ້ມີອາຍຸກ່ວາ 18 ປີໄດ້ຮັບການສັກວັກຊິນຢ່າງຄົບຖ້ວນ 2 ເຂັມ. ກະຊວງສາທາລະນະສຸກ ຫວຽດນາມ ສືບຕໍ່ສະເໜີໃຫ້ບັນດາທ້ອງຖິ່ນ ຍູ້ແຮງການສັກວັກຊິນກັນໂຄວິດ - 19, ຮັບປະກັນຄວາມຄືບໜ້າໃນການສັກວັກຊິນກັນໂຄວິດ - 19, ເພີ່ມທະວີການຂົນຂວາຍປະຊາຊົນໄປສັກວັກຊິນກັນໂຄວິດ - 19. ກະຊວງສາທາລະນະສຸກສືບຕໍ່ຄົ້ນຄ້ວາ, ປຶກສາຫາລືບົດຮຽນປະສົບການສາກົນ ກ່ຽວກັບການສັກວັກຊິນກັນໂຄວິດ - 19 ເຂັມທີ 4 ແລະ ການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 5 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ