ຫວຽດນາມ ຢາກກາຍເປັນປະເທດນຳໜ້າໃນການຫຼຸດຜ່ອນມົນລະພິດມະຫາສະມຸດ

(VOVWORLD) -ຕາງໜ້າຂອງ 4 ປະເທດໄດ້ເນັ້ນໜັກເຖິງຄວາມຮີບດ່ວນເພື່ອບັນລຸໄດ້ຂໍ້ຕົກລົງທົ່ວໂລກ ມຸ່ງໄປເຖິງບັນດາການເຄື່ອນໄຫວສົມທົບກັນເພື່ອຕ້ານຄືນໄພນາບຂູ່ທີ່ມີຕໍ່ທະເລ ແລະ ມະຫາສະມຸດຈາກສິ່ງເສດເຫຼືອ.
ຫວຽດນາມ ຢາກກາຍເປັນປະເທດນຳໜ້າໃນການຫຼຸດຜ່ອນມົນລະພິດມະຫາສະມຸດ - ảnh 1(ພາບປະກອບ: TTXVN)

ທີ່ການພົບປະທາງອອນລາຍໃນວັນທີ 31 ມີນາ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຂອງ 4 ປະເທດລວມມີ: ເຢຍລະມັນ, ເອກົວດໍ, ການາ ແລະ ຫວຽດນາມ ໄດ້ຮຽກຮ້ອງຈັດຕັ້ງກອງປະຊຸມສາກົນຂັ້ນລັດຖະມົນຕີ ຕ້ານສິ່ງເສດເຫຼືອຢູ່ທະເລໃນເດືອນ ກັນຍາ ຈະມາເຖິງເພື່ອແນໃສ່ຊຸກຍູ້ການປຶກສາຫາລືຂໍ້ຕົກລົງທົ່ວໂລກກ່ຽວກັບການຕ້ານສິ່ງເສດເຫຼືອຢູ່ທະເລ ແລະ ມົນລະພິດສິ່ງແວດລ້ອມຍ້ອນສິ່ງເສດເຫຼືອຈາກຢາງປລາດສະຕິກ.

        ກ່າວຄຳເຫັນທີ່ການພົບປະ, ຜູ້ຕາງໜ້າຂອງ 4 ປະເທດໄດ້ເນັ້ນໜັກເຖິງຄວາມຮີບດ່ວນເພື່ອບັນລຸໄດ້ຂໍ້ຕົກລົງທົ່ວໂລກ ມຸ່ງໄປເຖິງບັນດາການເຄື່ອນໄຫວສົມທົບກັນເພື່ອຕ້ານຄືນໄພນາບຂູ່ທີ່ມີຕໍ່ທະເລ ແລະ ມະຫາສະມຸດຈາກສິ່ງເສດເຫຼືອ. ເປົ້າໝາຍແມ່ນສະໜອງບັນດາແຫຼ່ງການເງິນໃຫ້ບັນດາມາດຕະການຕ້ານສິ່ງເສດເຫຼືອຢູ່ທະເລ ແລະ ສ້າງຂອບເຂດການເຄື່ອນໄຫວລວມຢູ່ຂັ້ນທ້ອງຖິ່ນ, ພາກພື້ນ, ປະເທດຊາດ ແລະ ສາກົນ.

        ຫວຽດນາມ ໄດ້ສ້າງຍຸດທະສາດພັດທະນາເພື່ອແນໃສ່ຊຸກຍູ້ເສດຖະກິດທະເລ, ພ້ອມທັງປົກປັກຮັກສາສິ່ງແວດລ້ອມທະເລ ແລະ ລະບົບຊີວະນາໆພັນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ