(VOVWORLD) -ທ່ານ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຫວຽດນາມສະໜັບສະໜູນບັນດາວິສາຫະກິດນ້ຳມັນອາຍແກັດລັດເຊຍ ມາເປີດກວ້າງການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດຢູ່ໄຫຼ່ທະວີບ ຫວຽດນາມໃຫ້ເຫມາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982
ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Maxim Akimov ຮອງນາຍົກລັດຖະມົນຕີລັດເຊຍເປັນສັນຂີພິຍານ ໃນພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງການກໍ່ສ້າງ ຫວຽດນາມ ແລະ ກະຊວງກໍ່ສ້າງລັດເຊຍ (ພາບ: TTXVN) |
ໃນຂອບເຂດເວທີປາໄສເສດຖະກິດທາງທິດຕາເວັນອອກຄັ້ງທີ 5 (VEF - 5) ຢູ່ Vladivostock,ປະເທດລັດເຊຍ, ວັນທີ 5 ກັນຍາ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມໄດ້ມີການພົບປະກັບທ່ານ Maxim Akimov ຮອງນາຍົກລັດຖະມົນຕີລັດເຊຍ, ທັງເປັນປະທານອະນຸກຳມະການ ລັດເຊຍໃນຄະນະກຳມະການລະຫວ່າງ ລັດຖະບານກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ຫວຽດນາມ - ລັດເຊຍ.
ຮອງນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນຄຳເຫັນກ່ຽວກັບການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດກໍ່ຄືບັນດາລາຍການ, ໂຄງການຮ່ວມມືສອງຝ່າຍ. ສອງຝ່າຍຕີລາຄາການຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ພວມດຳເນີນຢ່າງຕັ້ງໜ້າ ແລະ ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການ, ທ່ອງຖິ່ນຄວນມີມາດຕະການຢ່າງມີປະສິດທິຜົນເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງສອງຝ່າຍ.
ສອງຝ່າຍຖືວ່າ ການຮ່ວມມືດ້ານນ້ຳມັນອາຍແກັດມີຄວາມໝາຍຍຸດທະສາດຕໍ່ການພົວພັນ ຫວຽດນາມ - ລັດເຊຍ. ທ່ານ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ຫວຽດນາມສະໜັບສະໜູນບັນດາວິສາຫະກິດນ້ຳມັນອາຍແກັດລັດເຊຍ ມາເປີດກວ້າງການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດຢູ່ໄຫຼ່ທະວີບ ຫວຽດນາມໃຫ້ເຫມາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ສະເໜີໃຫ້ລັດຖະບານລັດເຊຍສ້າງເງື່ອນໄຂເພື່ອໃຫ້ບັນດາບໍລິສັດຮ່ວມທຸລະກິດ ຫວຽດນາມ ເຂົ້າຮ່ວມບັນດາບໍ່ແຮ່ໃໝ່ຢູ່ລັດເຊຍ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາໂຄງການໃນປັດຈຸບັນ.
ວັນເທື່ອງ, ແອັງຕູ, ນັກຂ່າວ VOV