ຫວຽດນາມ - ລັດເຊຍ ຮ່ວມມືຍຸດທະສາດ ກ່ຽວກັບການສຶກສາ ແລະ ວິທະຍາສາດ - ເຕັກໂນໂລຊີ

ຫວຽດນາມ - ລັດເຊຍ ຮ່ວມມືຍຸດທະສາດ ກ່ຽວກັບການສຶກສາ ແລະ ວິທະຍາສາດ - ເຕັກໂນໂລຊີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະນາ
(ພາບ: chinhphu.vn)


(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມສະຫະພັນ​ລັດ​ເຊຍ, ວັນ​ທີ 16 ກັນຍາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະນາ​ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ສຶກສາ ​ແລະ ວິທະຍາສາດ - ​ເຕັນ​ໂນ​ໂລ​ຊີ: ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສະຫະພັນ​ລັດ​ເຊຍ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​​ແດງ​ຄວາມ​ຫວັງ​ວ່າ ການ​ຮ່ວມມື​ດ້ານ​ການສຶກສາ - ​ເຕັກ​ໂນ​ໂລ​ຊີ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໄລຍະ 2014 – 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ ຫວຽດນາມ ພວມ​ດຳ​ເນີນ​ການ​ປ່ຽນ​​ໃໝ່​ການ​ສຶກສາ, ຜັນ​ຂະຫຍາຍລາຍການ​ບຳລຸງ​ສ້າງ​ປະລິຍາ​ເອກ 1000 ຄົນ ຢູ່​ຕ່າງປະ​ເທດ ​ເພື່ອ​ຮັບ​ໃຊ້​ພາລະກິດ​ສຶກສາ, ​ໃນ​ນັ້ນ ລັດ​ເຊຍ ​ໄດ້​ຮັບ​ການຕີ​ລາຄາ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ຮ່ວມ​ມື​ບຳລຸງ​ສ້າງສາ​ກົນ​ທີ່ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີປາດ​ຖະໜາ​ວ່າ ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ເຮັດ​ແຈ້ງ​ວິທີ​ການ​ປະຕິບັດ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ສຶກສາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ວາງ​ອອກ​ຈຸດໝາຍ, ທິດ​ທາງ​ຢ່າງ​ລະອຽດ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາພົວພັນຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໄລຍະ 2014 – 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ.

        “ມື້​ນີ້ດ້ວຍ​ການ​ມີໜ້າ​ຂອງຜູ້ຕາງໜ້າ​ບັນດາ​ອົງການຂອງ​ສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ລັດ​ເຊຍ, ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ ພ້ອມ​ກັບ​ບັນດາ​ໂຮງຮຽນ​ຂອງ​ຫວຽດນາມ.  2 ຝ່າຍ​ໄດ້​ແລກປ່ຽນ​ເຊິ່ງກັນ ​ແລະ ກັນ, ຖ້າ​ຫາກ​ຮອດ​ເດືອນ​ພະຈິກ ​ມີ 3 ຫົວ​ຂໍ້​ສົມທົບ​ກັນ​ຄົ້ນຄວ້າ ນັ້ນ​ແມ່ນ​ການ​​ເປີດ​ສາກ​ທີ່​ດີ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ 2 ຝ່າຍ ຈະ​​ແລກປ່ຽນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​​​ໃນໄລຍະ 5 ປີ, 10 ປີ ​ແລະ 30 ປີ​ຈະ​ມາ​ເຖິງ ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ.”

ຂ່າວ/ບົດ​ອື່ນ