ຫວຽດນາມ ວິຕົກກັງວົນຕໍ່ເຫດທົດລອງລູກສອນໄຟຂອງ ສປປ.ເກົາຫຼີ
(VOVWORLD) - ທີ່ການປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 30 ພະຈິກ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ສປປ.ເກົາຫຼີ ດຳເນີນເຫດທົດລອງລູກສອນໄຟໃນວັນທີ 29 ພະຈິກ,
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ |
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ:
“ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງ ສປປ.ເກົາຫຼີ ສືບຕໍ່ທົດລອງລູກສອນໄຟນຳວິທີຂ້າມທະວີບໃນວັນທີ 29 ພະຈິກ 2017 ຜ່ານມາ, ລະເມີດ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງຮ້າຍແຮງ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ພາກພື້ນ. ຫວຽດນາມ ສະເໝີຕົ້ນສະເໝີປາຍສະໜັບສະໜູນທຸກຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບໃນແຫຼມ ເກົາຫຼີ ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ”.
ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງຄວາມສາມາດຂອງ ສະຫະພາບ ເອີຣົບ (ອີຢູ) ກາຍເປັນສະມາຊິກຂອງກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ຕີລາຄາສູງເລື່ອງ ອີຢູ ສືບຕໍ່ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບສະຫະປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.