ຫວຽດນາມ ສົ່ງອອກເກີນດຸນກ່ວາ 9 ຕື້ USD ໃນ 11 ເດືອນ ປີ 2019
(VOVWORLD) -ອາເມລິກາສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນບັນລຸໄດ້ 55,6 ຕື້ USD, ຖັດຈາກນັ້ນ ແມ່ນ EU, ຈີນ, ອາຊຽນ, ຍີ່ປຸນ ແລະ ສ.ເກົາຫຼີ.
ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ວົງເງິນສົ່ງອອກນຳເຂົ້າສິນຄ້າ 11 ເດືອນຕົ້ນປີ 2019 ບັນລຸໄດ້ປະມານເກືອບ 474 ຕື້ USD, ໃນນັ້ນວົງເງິນສົງອອກນຳເຂົ້າສິນຄ້າບັນລຸໄດ້ເກືອບ 241.5 ຕື້ USD. ດ້ວຍ ການສົ່ງອອກເກີນດຸນສະຖິຕິ ຢູ່ລະດັບກ່ວາ 9 ຕື້ USD ໃນ 11 ເດືອນ ແລະ ລະດັບການເຕີບໂຕສົ່ງອອກ ໃນ 11 ເດືອນເພີ່ມ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ ກາຍນີ້, ຄາດຄະເນວ່າ ໃນປີ 2019. ການເຄື່ອນໄຫວສົ່ງອອກນຳເຂົ້າຂອງ ຫວຽດນາມ ຈະສຳເລັດເປົ້າໝາຍທີ່ວາງງອກແມ່ນນຳລະດັບການເຕີບໂຕເພີ່ມຂຶ້ນ 7 – 8% ເມືື່ອທຽບໃສ່ປີ 2018, ຄວບຄຸມການນຳເຂົ້າເກີນດຸນຕ່ຳກ່ວາ 3% ຍອດວົງເງິນນຳເຂົ້າ ສົ່ງອອກ.