ຫວຽດນາມ ສູ້ຊົນບັນລຸ 45% ກຳລັງແຮງງານເຂົ້າຮ່ວມປະກັນໄພສັງຄົມ ໃນປີ 2025
(VOVWORLD) - ຕອນເຊົ້າວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ອົງການປະກັນໄພສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍ ກ່ຽວກັບການຜັນຂະຫຍາຍໜ້າທີ່ 2021 ໂດຍເຊື່ອມຕໍ່ກັບ 63 ສະຖານທີ່ຢູ່ອົງການປະກັນໄພສັງຄົມຂອງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແລະ ອົງການປະກັນໄພສັງຄົມຂັ້ນເມືອງນັບຮ້ອຍແຫ່ງ.
ກອງປະຊຸມອອນລາຍ ກ່ຽວກັບການຜັນຂະຫຍາຍໜ້າທີ່ 2021 (ພາບ:thuonghieucongluan.com.vn) |
ປີ 2020, ຂະແໜງປະກັນໄພສັງຄົມ ໄດ້ປະຕິບັດລະບອບປະກັນໄພສັງຄົມ, ປະກັນສຸຂະພາບ, ປະກັນໄພວ່າງງານ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ; ເປີດກວ້າງເປົ້າໝາຍເຂົ້າຮ່ວມ; ຍູ້ແຮງການປະຕິຮູບການບໍລິຫານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ… ພິເສດແມ່ນບັນດາມາດຕະການຮັບມື, ຊ່ວຍເຫຼືອວິສາຫະກິດ, ປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດຝົນຕົກ, ນ້ຳຖ້ວມ. ດັດຊະນີປະກັນສຸຂະພາບ ສືບຕໍ່ເພີ່ມຂຶ້ນ ເຊິ່ງກວມເອົາ 91% ປະຊາກອນ, ຂະແໜງປະກັນໄພໄດ້ປະຕິບັດສຳເລັດຄາດໝາຍປະກັນສຸຂະພາບທົ່ວປວງຊົນ ໂດຍພື້ນຖານ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຕີລາຄາສູງຕໍ່ຜົນງານພົ້ນເດັ່ນ ເຊິ່ງຂະແໜງບັນລຸໄດ້ໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍຮຽກຮ້ອງໃຫ້ຂະແໜງປະກັນໄພສັງຄົມ ຄວນພັດທະນາເປົ້າໝາຍເຂົ້າຮ່ວມປະກັນໄພສັງຄົມ, ປະກັນສຸຂະພາບ, ປະກັນໄພວ່າງງານ, ສູ້ຊົນຮອດປີ 2025 ໃຫ້ໄດ້ບັນລຸ 45% ຈຳນວນຊາວຜູ້ອອກແຮງງານເຂົ້າຮ່ວມປະກັນໄພສັງຄົມ.