(VOVWORLD) - ວັນທີ 19 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມຕາມຮູບແບບ Arria ກ່ຽວກັບສະພາບການ ມຽນມາ ພາຍໃຕ້ການເປັນປະທານຂອງລາຊະອານາຈັກ ອັງກິດ.
ທ່ານນາງ ເລທິມິງທວາ, ອັກຄະລັດຖະທູດ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN) |
ທ່ານນາງ ເລທິມິງທວາ, ອັກຄະລັດຖະທູດ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງບົດບາດຂອງ ປະທານອາຊຽນ ໃນການເຊື່ອມຕໍ່ທຸກຝ່າຍທີ່ກ່ຽວຂ້ອງໃນການຊອກຫາວິທີການແກ້ໄຂສັນຕິພາບ ແລະ ຍືນຍົງ, ກໍ່ຄືຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ການຊ່ວຍເຫຼືອມະນຸດສະທຳ ມຽນມາ ແລະ ວິວັດທະນາການກັບເມືອບ້ານເກີດເມືອງນອນຢູ່ ລັດ Rakhine.