ຫວ​ຽດ​ນາມ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ໃນ​ການ​ຮັບ​ມື ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ

(VOVWORLD) -ຕອນບ່າຍວັນທີ 8 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຫວ​ຽດ​ນາມ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ໃນ​ການ​ຮັບ​ມື ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໂອ້ລົມທາງໂທລະສັບກັບ ທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່ງແຮງ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຫັນໄປສູ່ ພື້ນຖານເສດຖະກິດທີ່ປ່ອຍອາຍກາກບອນຢູ່ລະດັບຕ່ຳ, ມີຂັ້ນຕອນເພື່ອຫຼຸດຜ່ອນການອີງໃສ່ໄຟຟ້າດ້ວຍຖ່ານຫີນ ແລະ ເພີ່ນອັດຕາພະລັງງານຜະລິດຄືນໃໝ່ໂດຍໄວ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ຝ່າຍ ອາເມລິກາ ສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເປັນຕົ້ນແມ່ນການລ້າງທາດພິດດີໂອຊິນ.

ສ່ວນທ່ານ John Kerry ໄດ້ຢັ້ງຢືນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ເປັນສຳຄັນ. ທ່ານ John Kerry ກໍ່ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານຢັ້ງຢືນວ່າ ອາເມລິກາສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃຫ້ກາຍເປັນປະເທດນຳໜ້າໃນພາກພື້ນ ກ່ຽວກັບເຕັກໂນໂລຢີ ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່ ດ້ວຍບັນດາໂຄງການຮ່ວມມືລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ