(vovworld) - ກ່າວຄຳເຫັນທີ່ພິທີໄຂກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການແຫ່ງຊາດ ກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດ, ຖືກດຳເນີນໃນຕອນເຊົ້າວັນທີ 19/02, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ: ໃນສະພາບຜັນຂະຫຍາຍບັນດາມາດຕະການບໍລິຫານດ້ານເສດຖະກິດ - ສັງຄົມຢ່າງຄົບຊຸດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ, ຫວຽດນາມ ຍັງສເອົາໃຈໃສ່ ແລະ ະຫງວນແຫຼ່ງກຳລັງທີ່ເໝາະສົມເພື່ອປະຕິບັດການຮັບມືກັບການປ່ຽນແປ່ງຂອງດິນຟ້າອາກາດ, ຫຼີກລ້ຽງໄພທຳມະຊາດ, ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆສືບຕໍ່ຊາບຊຶບມະຕິຂອງສູນກາງ ແລະ ໂຄງການເຄື່ອນໄຫວຂອງລັດຖະບານກ່ຽວກັບການຮັບມືກັບການປ່ຽນແປ່ງຂອງດິນຟ້າອາກາດຢ່າງເລິກເຊິ່ງ. ເມື່ອເຕື້ອງເຖິງບາງໜ້າທີ່ລະອຽດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ.
“ຕ້ອງສ້າງລະບອບກົດໝາຍໃຫ້ສົມບູນແບບ, ສ້າງຍຸດທະສາດວາງແຜນການ ແລະ ແຜນກຳນົດໃຫ້ເໝາະສົມ, ໃນນັ້ນເອົາໃຈໃສ່ເຖິງແຜນທີນ້ຳທະເລຂຶ້ນສູງ , ແລ້ວກໍ່ຄົ້ນຄວ້າກ່ຽວກັບສະພາບດິບຫຼຸບລົງ... ປະຈຸບັນ, ຕ້ອງໃຫ້ບຸລິມະສິດເຖິງການປ່ຽນແປ່ງຂອງດິນຟ້າອາກາດ, ຫຼີກລ້ຽງໄພທຳມະຊາດ ແລະ ປ່າປ້ອງກັນ. ຂ້າພະເຈົ້າສະເໜີໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ຄົ້ນຄວ້າກົນໄກສົ່ງເສີມແຜນຮ່າງພັດທະນາປ່າປ້ອງກັນແຄມທະເລຢ່າງຂ້ຽວຂາດ, ເຮັດໃຫ້ມີການຫັນປ່ຽນດ້ວຍທຸກກົນໄກນະໂຍບາຍ ແລະ ດ້ວຍແຫຼ່ງທຶນຕ່າງໆ”.