ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູູ້​ຄວາມ​ສາ​ມັກ​ຄີ ຂອງ ອາ​ຊຽນ ໃນ​ບັນ​ຫາ ມຽນ​ມາ

(VOVWORLD) -ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ມຽນມາ ມີສະພາບການທີ່ເປັນປົກກະຕິໂດຍໄວ ເພື່ອພັດທະນາປະເທດຊາດ ເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ ທີ່ມີຄວາມສາມັກຄີ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູູ້​ຄວາມ​ສາ​ມັກ​ຄີ ຂອງ ອາ​ຊຽນ ໃນ​ບັນ​ຫາ ມຽນ​ມາ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ (ພາບ: ກະຊວງການຕ່າງປະເທດ)

ໃນການຖະແຫຼງຂ່າວປະຈຳເດືອນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ກ່ຽວຂ້ອງເຖິງສະພາບການຢູ່ ມຽນມາ ແລະ ບາງທັດສະນະຂອງບັນດາປະເທດໃນພາກພື້ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ມຽນມາ ມີສະພາບການທີ່ເປັນປົກກະຕິໂດຍໄວ ເພື່ອພັດທະນາປະເທດຊາດ ເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມ ອາຊຽນ ທີ່ມີຄວາມສາມັກຄີ. ອາຊຽນ ມີການເຄື່ອນໄຫວບົນພື້ນຖານປຶກສາຫາລື, ໂອ້ລົມສົນທະນາ, ການຮ່ວມມື ແລະ ສອດຄ່ອງກັບກົດບັດ ຂອງ ອາຊຽນ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກທີ່ວາງອອກໃຫ້ແກ່ມຽນມາ, ອາຊຽນ ໄດ້ ແລະ ພວມມານະພະຍາຍາມໜູນຊ່ວຍ ມຽນມາ, ເປັນຕົ້ນແມ່ນການໜູນຊ່ວຍມະນຸດສະທຳ ບົນຈິດໃຈສາມັກຄີ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດ ຊຸກຍູ້ການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ ແລະ ຫວັງວ່າ ມຽນມາ ຈະສືບຕໍ່ເຂົ້າຮ່ວມວິວັດການກໍ່ສ້າງອາຊຽນ ແຫ່ງສັນຕິພາບ, ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ