ຫວຽດນາມ ສະໜີໃຫ້ບັນດາຝ່າຍຢູ່ ໂກລົມເບຍ ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງແລະເດັກນ້ອຍ

(VOVWORLD) -ຜູ້ຕາງໜ້າຫວຽດນາມ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ໂກລົມເບຍ ປະຕິບັດບັນດາມາດຕະການທີ່ຈຳເປັນ ແລະ ນຳໃຊ້ກົນໄກຮັບປະກັນຄວາມໝັ້ນຄົງໃນການປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ.
ຫວຽດນາມ ສະໜີໃຫ້ບັນດາຝ່າຍຢູ່ ໂກລົມເບຍ ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງແລະເດັກນ້ອຍ - ảnh 1ກອງປະຊຸມປຶກສາຫາລື
(ພາບ: TTXVN)

ວັນທີ 13 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ ໂກລົມເບຍ ແລະ ການເຄື່ອນໄຫວຂອງຄະນະຕິດຕາມກວດກາສະຫະປະຊາຊາດຢູ່ປະເທດນີ້.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານທີ່ປຶກສາ ຟານໂຮ່ເທ໊ນາມ, ຜູ້ປະສານງານການເມືອງຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮັບຮູ້ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຢູ່ ໂກລົມເບຍ ໃນບັນດາຂົງເຂດການເມືອງ, ເສດຖະກິດ, ສັງຄົມ. ຜູ້ຕາງໜ້າຫວຽດນາມ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ໂກລົມເບຍ ປະຕິບັດບັນດາມາດຕະການທີ່ຈຳເປັນ ແລະ ນຳໃຊ້ກົນໄກຮັບປະກັນຄວາມໝັ້ນຄົງໃນການປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ. ຫວຽດນາມ ກໍ່ຖືວ່າ, ທຸກຝ່າຍທີ່ກ່ຽວຂ້ອງ ຄວນສືບຕໍ່ເຂົ້າຮ່ວມການເຈລະຈາບົນຈິດໃຈສ້າງສັນເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ຄວາມແຕກໂຕ່ນໃນວິວັດທະນາການສັນຕິພາບ, ພິເສດແມ່ນຮັບຮອງເອົາບັນດາກົນໄກທີ່ໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງສັນຕິພາບ. ຫວຽດນາມ ສະໜັບສະໜູນວິວັດທະນາການສັນຕິພາບ, ຄວາມໝັ້ນຄົງ, ການໄກເກ່ຍປອງດອງຊາດ, ເປັນເອກະພາບ ແລະ ພັດທະນາຢູ່ ໂກລົມເບຍ ກໍຄືບົດບາດຂອງຄະນະຕິດຕາມກວດກາສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ