(vovworld) – ກອງປະຊຸມວິທະຍາສາດແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານ HIV/AIDS ຄັ້ງທີ 5 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2/12 ຢູ່ຮ່າໂນ້ຍ. ກ່າວຄວາມເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ HIV/AIDS ຢືນຢັນວ່າ: ຫວຽດນາມ ໄດ້ຮັບມືກັບ HIV/AIDS ມາເປັນເວລາກວ່າ 20 ປີແລ້ວ ແລະ ໄດ້ຮັບໝາກຜົນດີພໍສົມຄວນຄື ຄວບຄຸມບໍ່ໃຫ້ອັດຕາຜູ້ຕິດເຊື້ອ HIV ເພີ່ມຂຶ້ນ, ພຽງຢູ່ໃນລະດັບຕຳ່ກວ່າ 0,3% ເທົ່ານັ້ນ. ຈຳນວນຜູ້ເປັນໂລກ AIDS ແລະ ຕາຍຍ້ອນໂລກ AIDS ໄດ້ຫຼຸດລົງໃນ 4 ປີຢ່າງຕໍ່ເນື່ອງ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຈະຄວບຄຸມ HIV ໄດ້ ແລະ ປະຕິບັດສຳເລັດຄາດໝາຍຍຸດທະສາດແຫ່ງຊາດ ເຊິ່ງລັດຖະບານໄດ້ວາງອອກ.
ກອງປະຊຸມດຳເນີນໄປເປັນເວລາ 2 ວັນ ດ້ວຍບັນດາເນື້ອໃນສຳຄັນຄື: ບັນດາມາດຕະການທີ່ມີປະສິດທິຜົນໃຫ້ແກ່ການເຄື່ອນໄຫວປ້ອງກັນ, ຕ້ານ HIV/AIDS ຢູ່ຫວຽດນາມ; ການປ້ອງກັນ, ຕ້ານ HIV/AIDS ຢູ່ໃນໂລກ ແລະ ອາຊີ; ສະພາບ HIV/AIDS ຢູ່ຫວຽດນາມ ໄລຍະ 2010 – 2013 ແລະ ການຄາດຄະເນສະພາບ HIV/AIDS ໃນຊຸມປີຕໍ່ໄປ.