ຫວຽດ​ນາມ ສາ​ມາດ​ເພີ່ມ​ວົງເ​ງິນ​​ສົ່ງ​ອອກ​​ໄປ​ຍັງ ອິນ​ເດຍ ຕື່ມ​ອີກ 663 ລ້ານ USD

(VOVWORLD) - ໃນວັນທີ 13 ຕຸລາ ທະນາຄານ Standard Chartered (ຫວຽດນາມ) ໄດ້ປະກາດບົດລາຍງານກາລະໂອກາດການຄ້າສາກົນ. ຕາມນັ້ນແລ້ວ, ບັນດາວິສາຫະກິດ ຫວຽດນາມ ສາມາດເພີ່ມວົງເງິນສົ່ງອອກໄປຍັງ ອິນເດຍ ຕື່ມອີກ 663 ລ້ານ USD. 
ຫວຽດ​ນາມ ສາ​ມາດ​ເພີ່ມ​ວົງເ​ງິນ​​ສົ່ງ​ອອກ​​ໄປ​ຍັງ ອິນ​ເດຍ ຕື່ມ​ອີກ 663 ລ້ານ USD - ảnh 1 ບໍລິສັດແຫ່ງໜຶ່ງຢູ່ນະຄອນໂຮ່ຈີມິນ ເຮັດລະບຽບການນຳເຂົ້າ - ສົ່ງອອກ (ພາບ: nhandan.com.vn)

ໃນຂະນະນັ້ນ, ບັນດາວິສາຫະກິດ ອິນເດຍ ກໍ່ສາມາດຊຸກຍູ້ການສົ່ງອອກມາຍັງ ຫວຽດນາມ ຕື່ມອີກ 475 ລ້ານ USD ໃນແຕ່ລະປີ. ດ້ວຍຄວາມສາມາດບົ່ມຊ້ອນນີ້, ຍອດວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ອາດຈະເພີ່ມຂຶ້ນຕື່ມອີກ 1,1 ຕື້ USD.

ໃນສະພາບການບັນດາຕະຫຼາດພວມຟື້ນຟູພາຍຫຼັງໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19, ບົດລາຍງານໃຫ້ຂໍ້ສັງເກດວ່າ ການຄ້າທົ່ວໂລກແມ່ນປັດໃຈສຳຄັນທີ່ສຸດເພື່ອຊຸກຍູ້ການພັດທະນາ ແລະ ວັດທະນາຖາວອນ, ໃນນັ້ນ ໄດ້ເນັ້ນໜັກເຂົ້າໃນບັນດາຂົງເຂດມີກາລະໂອກາດເຕີບໂຕສູງສຸດ. ຂົງເຂດຂາຍຍ່ອຍ ແລະ ຂາຍຍົກ ຂອງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນເຕີບໂຕສົ່ງອອກໄປຍັງ ອິນເດຍ ຫຼາຍທີ່ສຸດ, ຢູ່ໃນລະດັບ 87 ລ້ານ USD; ການບໍລິການຂົນສົ່ງ ແລະ ສາງເກັບມ້ຽນສິນຄ້າ ກໍ່ອາດຈະເພີ່ມຂຶ້ນຕື່ມອີກ 86 ລ້ານ USD… ບັນດາຂົງເຂດອື່ນຂອງ ຫວຽດນາມ ມີຫຼາຍກາລະໂອກາດດ້ານການຄ້າກັບ ອິນເດຍ ລວມມີ ແພຝ້າຍ, ການບໍລິຫານຫ້ອງການ ແລະ ບັນດາບໍລິການຊ່ວຍໜູນດຳເນີນທຸລະກິດອື່ນ, ບັນດາປະເພດສິນຄ້າຕ່ຳແຜ່ນແພ. ອິນເດຍ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືສຳຄັນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ