ຫວຽດ​ນາມ, ສ.ເກົາຫຼີ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ອຸ​ປະ​ຖຳ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ຄົ້ນ​ຄ້ວາລວ​ມ

(VOVWORLD) -ວັນທີ 27 ພະຈິກ, ຢູ່ເຊີອຸນ, ປະເທດ ສ.ເກົາຫຼີ, ທ່ານ ຈູງອກແອັງ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ທ່ານ Choi Ki-young ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ສ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມອຸປະຖຳ ໃຫ້ແກ່ບັນດາໂຄງການຄົ້ນຄ້ວາ ປີ 2019 – 2020.
ຫວຽດ​ນາມ, ສ.ເກົາຫຼີ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ອຸ​ປະ​ຖຳ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ຄົ້ນ​ຄ້ວາລວ​ມ - ảnh 1ການເຮັດວຽກລະຫວ່າງ ທ່ານ ຈູງອກແອັງ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ທ່ານ Choi Ki-young ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ສ.ເກົາຫຼີ (ພາບ: TTXVN)

ຕາມຂໍ້ຕົກລົງແລ້ວ, ສອງຝ່າຍໄດ້ເຫັດດີເປັນເອກະພາບເລືອກເອົາ 5 ໂຄງການຄົ້ນຄ້ວາລວມເພື່ອຮ່ວມອຸປະຖຳຕາມເງື່ອນໄຂການເງິນ ແລະ ຂໍ້ກຳນົດຂອງແຕ່ລະປະເທດ, ພ້ອມທັງເຫັນດີເປັນເອກະພາບ 4 ໂຄງການຄົ້ນຄ້ວາຕ່າງໆເພື່ອໃຫ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ພ້ອມກັບບັນດາກອງທຶນຕ່າງໆຂອງ ສ.ເກົາຫຼີອຸປະຖຳ.

        ກ່ອນໜ້ານັ້ນ, ທີ່ການແລກປ່ຽນກ່ຽວກັບບາງເນື້ອໃນຮ່ວມມືລະຫວ່າງ ສອງຝ່າຍ, ທ່ານ ຈູງອກແອັງ ໄດ້ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ສ້າງໂຄງການຮ່ວມມືຄົ້ນຄ້ວາກ່ຽວກັບອຸດສາຫະກຳທາງອາກາດ ແລະ ໂຄງການຄົ້ນຄ້ວາເຕັກໂນໂລຢີຫຼັກແຫຼ່ງຂອງ ການປະຕິວັດ ອຸດສາຫະກຳ 4.0…

ສ່ວນທ່ານ Choi Ki-young ໃຫ້ຮູ້ວ່າ ໄລຍະຈະມາເຖິງ, ສອງປະເທດຈະມີຫຼາຍໂຄງການຮ່ວມມື ຍ້ອນວ່າ ຫວຽດນາມ ແມ່ນ ປະເທດຈຸດສຸມ ໃນ “ນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່ ຂອງ ລັດຖະບານ ສ.ເກົາຫຼີ”.

ຕອບກັບ

ຂ່າວ/ບົດ​ອື່ນ