ຫວຽດນາມ - ອົດສຕາລີ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື ຄູ່ຮ່ວມມືຮອບດ້ານ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີອົດສຕາລີ
(ພາບ: chinhphu.vn)
(vovworld) - ຢູ່ນອກກອງປະຊຸມຂັ້ນສູງອາຊຽນ ເຊິ່ງໄດ້ຈັດຕັ້ງຢູ່ປະເທດບຣຸໄນ, ຕອນເຊົ້າວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີອົດສຕາລີ Tony Abbott, ເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືຢ່າງແຮງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນຄວາມປາດຖະໜາຂອງຫວຽດນາມ ກັບອົດສຕາລີ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ການພັດທະນາລວມຂອງທັງ 2 ປະເທດ ກໍ່ຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ສະເໜີໃຫ້ 2 ຝ່າຍຈັດການແລກປ່ຽນ, ເຈລະຈາໂດຍໄວ ເພື່ອລົງນາມໃນສັນຍາໜູນຊ່ວຍດ້ານກົດໝາຍ, ໜູນຊ່ວຍບັນດາຜະລິດຕະພັນກະເສດ - ສິນໃນນ້ຳຂອງຫວຽດນາມ ໃຫ້ສຳພັດເຂົ້າຕະຫຼາດອົດສຕາລີ, ລົງນາມໃນຂໍ້ຕົກລົງກ່ຽວກັບໂຄງການຄົນງານພັກຜ່ອນໂດຍໄວ. ທ່ານາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກໍ່ສະແດງຄວາມປາດຖະໜາວ່າ ອົດສຕາລີ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ໃນບັນຫາທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂບັນດາການພິພາດໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.
ທ່ານນາຍົກລັດຖະມົນຕີ ອົດສຕາລີ Tony Abbott ຢືນຢັນຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ອຸປະຖຳແກ່ການພັດທະນາ, ການສຶກສາບຳລຸງສ້າງ... ທ່ານນາຍົກລັດຖະມົນຕີ Tony Abbott ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນ ໃນບັນດາເວທີປາໄສສາກົນຢ່າງແໜ້ນແຟ້ນ, ໃນນັ້ນມີການຮ່ວມມືປ້ອງກັນຄວາມສະຫງົບບົນເລ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສະກັດກັ້ນການປະທະກັນ, ໜູນຊ່ວຍມະນຸດສະທຳ.