ຫວຽດນາມ - ອົດສະຕາລີ ເພີ່ມທະວີການຮ່ວມມືໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
(VOVWORLD) -ສອງທ່ານກໍໄດ້ເປັນເອກະພາບຈະສືບຕໍ່ສົມທົບກັນ ຮັກສາທ່ວງທ່າພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ອົດສະຕາລີ ໃນທຸກຂົງເຂດ.
ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານກຸ່ມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນຂອງຫວຽດນາມ (ພາບ: baoquocte.vn) |
ວັນທີ 6 ເມສາ, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານກຸ່ມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນຂອງຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Justin Hayhurst ຮັກສາການຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອົດສະຕະລີ ຮັບຜິດຊອບກ່ຽວກັບ ອາຊຽນ ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ໂດຍແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍໃນບັນດາກົນໄກຮ່ວມມືຂອງພາກພື້ນ ໃນສະພາບການໂລກພະຍາດໂຄວິດ - 19 ພວມສືບຕໍ່ມີການຜັນແປຢ່າງສັບສົນ. ທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ຢັ້ງຢືນວ່າ ຫວຽດນາມມີຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບອົດສະຕາລີ ເພື່ອແນໃສ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະຍາດ, ການຮ່ວມມືຮອບດ້ານລະຫວ່່າງ ອາຊຽນ - ອົດສະຕາລີ ເລິກເຊິ່ງກວ່າອີກ; ໃນຖານະເປັນປະທານ ອາຊຽນ ຫວຽດນາມຈະເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື”, ຕັ້ງໜ້າປະສານງານ, ຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.
ສ່ວນທ່ານ Justin Hayhurst ຮັກສາການຮອງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ໃຫ້ຮູ້ວ່່າ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນ ແລະ ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາຄວາມມານະພະຍາຍາມປ້ອງກັນ ແລະ ສະກັດກັ້ນໂລກລະບາດຜ່ານບັນດາກົນໄກຮ່ວມມືຂອງພາກພື້ນ, ໃນນັ້ນ ມີການຮ່ວມມືລະຫວ່າງ ອາຊຽນ - ອົດສະຕາລີ ແລະ ກອງປະຊຸມຂັ້ນສູງ ອາຊີ ຕາເວັນອອກ (EAS).
ນະທີ່ນີ້, ສອງທ່ານກໍໄດ້ເປັນເອກະພາບຈະສືບຕໍ່ສົມທົບກັນ ຮັກສາທ່ວງທ່າພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ອົດສະຕາລີ ໃນທຸກຂົງເຂດ. ທ່ານ Justin Hayhurst ກໍຢັ້ງຢືນວ່າ ອົດສະຕາລີ ສືບຕໍ່ມີບັນດານະໂຍບາຍ, ມາດຕະການໜູນຊ່ວຍເພື່ອໃຫ້ນັກສຶກສາຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸ່ນອ່ຽນໃຈຮໍ່າຮຽນຢູ່ປະເທດນີ້.