ຫວຽດນາມ - ອີຕາລີ ຜັນຂະຫຍາຍແຜນການເຄື່ອນໄຫວ ຄູ່ຮ່ວມມືຍຸດທະສາດໄລຍະ 2019 – 2020

(VOVWORLD) - ໂດຍໄດ້ຮັບຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ, ທ່ານ Enzo Moavero Milanesi ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ ໄດ້ມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6 – 8 ພຶດສະພາ. 
ຫວຽດນາມ - ອີຕາລີ ຜັນຂະຫຍາຍແຜນການເຄື່ອນໄຫວ ຄູ່ຮ່ວມມືຍຸດທະສາດໄລຍະ 2019 – 2020 - ảnh 1ການພົບປະເຈລະຈາລະຫວ່າງສອງຝ່າຍ ທີ່ດໍາເນີນໃນຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ (ພາບ:TTXVN)

 ທີ່ການພົບປະເຈລະຈາ ທີ່ດໍາເນີນໃນຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ຮັກສາ ແລະ ຜັນຂະຫຍາຍບັນດາກົນໄກເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ,  ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະ ຄະນະກໍາມະການປະສົມ ກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່່າງ ຫວຽດນາມ - ອີຕາລີ ຢ່າງມີປະສິດທິຜົນ. ສອງຝ່າຍ ກໍເຫັນດີຈະຜັນຂະຫຍາຍການລົງນາມໃນ ແຜນການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອີຕາລີ ໄລຍະ 2019 – 2020 ໃນໄລຍະຈະມາເຖິງ ໂດຍໄວ.

        ຝ່າຍ ອີຕາລີ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດ ສືບຕໍ່ແມ່ນບຸລິມະສິດໃນການຮ່ວມມືສອງຝ່າຍ, ພ້ອມທັງໃຫ້ຄໍາໝັ້ນສັນຍາ ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນຂອງ ອີຕາລີ ຢູ່ ຫວຽດນາມ, ເຊິ່ງເປັນຄູ່ຮ່ວມມືສໍາຄັນແຖວໜ້າຂອງ ອີຕາລີ ໃນ ອາຊຽນ. ສອງຝ່າຍເຫັນດີຊຸກຍູ້ ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ ເພື່ອຜົນປະໂຫຍດຂອງປະຊາຄົມວິສາຫະກິດສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ສະເໜີກະຊວງການຕ່າງປະເທດ ອີຕາລີ, ສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດອະນຸລັກຮັກສາປູຊະນີຍະສະຖານ, ເພີ່ມຈໍານວນທຶນການສຶກສາ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາ, ນັກຄົ້ນຄວ້າຫວຽດນາມ ທີ່ໄປຮຽນຢູ່ ອີຕາລີ ໃຫ້ຫຼາຍກວ່າອີກ; ເພີ່ມທະວີບັນດາໂຄງການຄົ້ນຄວ້າກັບຫວຽດນາມ ໃຫ້ຫຼາຍກວ່າອີກ ແລະ ນໍາວິທະຍາສາດ - ເຕັກໂນໂລຢີ ກາຍເປັນຂົງເຂດຮ່ວມມື ຮັບບຸລິມະສິດໃນໄລຍະຈະມາເຖິງ.

        ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສ, ອົງການຈັດຕັ້ງສາກົນ; ຢັ້ງຢືນສະໜັບສະໜູນການພົວພັນ ຫວຽດນາມ - ອີຢູ ແລະ ການພົວພັນລະຫວ່າງ ອີຕາລີ ກັບບັນດາປະເທດ ອາຊຽນ, ໃນສະພາບທີ່ຫວຽດນາມ ດໍາລົງຕໍາແໜ່ງສໍາຄັນ ເປັນປະທານ ອາຊຽນ ໃນປີ 2020 ແລະ ໃນໄລຍະທີ່ຫວຽດນາມ ກໍາລັງ ອອກສະໝັກເລືອກຕັ້ງເປັນ ກໍາມະການບໍ່່ປະຈໍາການ ສະພາຄວາມໝັ້້ນຄົງ ສປຊ 2020 – 2021.

        ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ