ຫວຽດນາມ - ອີຕາລີ ເຊັນສັນຍາຮ່ວມມືດ້ານການບິນ

ຫວຽດນາມ - ອີຕາລີ ເຊັນສັນຍາຮ່ວມມືດ້ານການບິນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 21/6, ຢູ່ ອີ​ຕາ​ລີ, ​ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ທ່ານ ຟ້າ​ມກູ໋ວຕຽວ ​ແລະ ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຕາ​ລີ ທ່ານ Bruno Archi ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຂົນ​ສົ່ງ​ທາງ​ອາກາດ. ສັນຍາ​ກຳນົດ​ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຝ່າຍ​ສອດຄ່ອງ​ກັບ​ກົດ​ໝາຍ​ຂອງ​ແຕ່ລະ​ປະ​ເທດ ​ແລະ ສົນ​ທິສັນຍາ​ສາກົນ​ກ່ຽວ​ກັບ​ການບິນ​ພົນລະ​ເຮືອນ, ​ໃນ​ນັ້ນ​ມີ​ສິດ​ຂົນ​ສົ່ງ, ​ໄດ້​ຮັບຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງທາງ​ອາກາດ, ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສະໜອງ​ດ້ານ​ການບິນ ​ແລະ ຕາຕະລາງ​ສາຍ​ການບິນ, ລະບົບ​ພາສີ ​ແລະ ບັນດາ​ຄ່າ​ໃຊ້​ຈ່າຍ​ອື່ນໆ, ລາຄາ​ຂົນ​ສົ່ງ.​.​.​ ກ່າວ​ຄຳ​ເຫັນ​ທີ່​ພິທີ​ເຊັນ​ສັນຍາ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຕາ​ລີ ທ່ານ Bruno Archi ​ເນັ້ນໜັກ​ເລື່ອງ​ເຊັນ​ສັນຍາ​ດັ່ງກ່າວ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ 2 ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ບາດ​ກ້າວ​ຮ່ວມ​ມື​ລະອຽດ​ໃນ​ຂົງ​ເຂດ​ການບິນ, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃຫ້​ສົມ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານ.

ຂ່າວ/ບົດ​ອື່ນ