ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືໃນການເຄື່ອນໄຫວມະນຸດສະທຳ
ການເຮັດວຽກຂອງສະພາກາແດງຫວຽດນາມ ແລະ ສະພາກາແດງອາເມລິກາ
(ພາບ: TTXVN)
(vovworld) - ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືໃນການເຄື່ອນໄຫວມະນຸດສະທຳ. ນີ້ແມ່ນເນື້ອໃນຕົ້ນຕໍໃນລາຍການເຮັດວຽກຂອງສະພາກາແດງຫວຽດນາມ ແລະ ສະພາກາແດງອາເມລິກາ, ເຊິ່ງດຳເນີນຢູ່ຮ່າໂນ້ຍ ໃນວັນທີ 20/2.
ທີ່ການເຮັດວຽກ, ທ່ານປະທານສູນກາງສະພາກາແດງຫວຽດນາມ ຫງວຽນຫາຍເດື່ອງ ຢືນຢັນວ່າ, ຫວຽດນາມຫວັງວ່າບັນດາອົງການມະນຸດສະທຳສາກົນ, ພິເສດແມ່ນສະພາກາແດງອາເມລິກາ ສືບຕໍ່ຊ່ວຍເຫຼືອ, ແບ່ງເບົາຄວາມຫຍຸ້ງຍາກກັບຊາວຫວຽດນາມ. ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍກວ່າອີກ. ທ່ານປະທານສະພາກາແດງຫວຽດນາມຫວັງວ່າ, ສະພາກາແດງອາເມລິກາ ສືບຕໍ່ໜູນຊ່ວຍຫວຽດນາມໃນບັນດາຂົງເຂດ: ປ້ອງກັນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາງສ່ຽງ, ຍົກສູງຄວາມສາມາດ, ພັດທະນາອົງການ, ໜູນຊ່ວຍຄົນພິການ, ຜູ້ປະສົບເຄາະຮ້າຍໃນສົງຄາມ, ຄວບຄູມ HIV/AIDS.