ຫວຽດນາມ ຮັບປະກັນ ການປະຕິບັດບັນດາສິດເສດຖະກິດ, ສັງຄົມ ແລະ ວັດທະນະທຳ

ຫວຽດນາມ ຮັບປະກັນ ການປະຕິບັດບັນດາສິດເສດຖະກິດ, ສັງຄົມ ແລະ ວັດທະນະທຳ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທີ 53 ຂອງ​ຄະນະ​ກຳມະການ​ສິດ​ເສດຖະກິດ, ສັງຄົມ ​ແລະ ວັດທະ​ນະ​ທຳ​ຂອງ​ສະ​ຫະປະຊາ​ຊາດ ​ເຊິ່ງດຳ​ເນີນ​ໄປ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ​ໃນ​ລະຫວ່າງ​ວັນ​ທີ 10 – 11/11, ບັນດາ​ສະມາຊິກ​ຄະນະ​ກຳມະການ​ໄດ້​ວວຍພອນ​ຫວຽດນາມ ກ່ຽວ​ກັບ​ບັນດາ​ຜົນ​ງານ​ທີ່​ບັນລຸ​ໄດ້​ໃນ​ວິວັດ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ, ຄວາມ​ຍຸຕິ​ທຳ ​ແລະ ບໍ່​ຈຳ​ແນ​ກການ​ປະ​ພຶດ​ຕໍ່ປະຊາຊົນ​ທຸກ​ຄົນໃນ​​ເຂດ​ແຄວ້ນ​ຕ່າງໆ. ​ບັນດາສະມາ​ຊິກ​ຄະນະ​ກຳມະການ ກໍ່​ແນະນຳ​ຫຼາຍ​ເນື້ອ​ໃນ​ເພື່ອ​ໃຫ້​ຫວຽດນາມ ພິຈາລະນາສືບ​ຕໍ່​ປັບປຸງສະພາບ​ແວດ​ລ້ອມ​ນິຕິ​ກຳ, ສ້າງ​ບັນດາ​ນະ​ໂຍບາຍ, ​ໂຄງການ​​ແຫ່ງ​ຊາດ ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​​ໃນການ​ປະຕິບັດ​ບັນດາ​ສິດ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ, ສຸມ​ໃສ່​ປັບປຸງຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ, ພິ​ເສດ​ແມ່ນ​ສຳລັບແມ່ຍິງ, ​ເດັກນ້ອຍ, ຜູ້ສ່ຽງ​ໄພສູງ​ກວ່າ​ເພີ່ນ. ຜູ້​ຕາງ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ຈະ​ຄົ້ນຄວ້າ, ​ຮັບ​ເອົາ​ບັນດາ​ຄຳ​ເຫັນ​ດັ່ງກ່າວຢ່າງ​ສົມ​ເຫດ​ສົມ​ຜົນ​ ​ແລະ ຈັດການ​ປະຕິບັດ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ, ປະກອບສ່ວນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຫວຽດນາມ ​ເປັນ​ສະມາຊິກ​ທີ່​ມີ​ຄວາມຮັບຜິ​ດຊອບ ​ແລະ ຕັ້ງ​ໜ້າ​ຂອງ​ປະຊາ​ຄົມ​ສາກົນ.

ຂ່າວ/ບົດ​ອື່ນ