ຫວຽດນາມ ຮີບເຮັ່ງ ຊອກຫາກໍ່າປັ່ນ Sunrise

ຫວຽດນາມ ຮີບເຮັ່ງ ຊອກຫາກໍ່າປັ່ນ Sunrise - ảnh 1
ກໍ່າ​ປັ່ນ Sunrise 689
(ພາບ: Vessel Tracker)


(vovworld) – ກົມ​ກົງ​ສູນ, ກະຊວງການຕ່າງປະເທດຫວຽດນາມ, ຫາ​ສົ່ງສານ​ທາງ​ການ​ເຖິງ​ສະຖານທູດ​ບັນດາ​ປະ​ເທດ: ສິງກະ​ໂປ, ມາ​ເລ​ເຊຍ, ບຣູໄນ, ອິນ​ໂດ​ເນ​ເຊຍ ສະ​ເໜີ​ໜູນ​ຊ່ວຍ​ຫວຽດນາມ ​ໃນການ​ຊອກ​ຫາ​ກໍ່າ​ປັ່ນ Sunrise 689 ທີ່​ບໍ່​ສາມາດ​ຕິດ​ຕໍ່​ໄດ້. ກໍ່າ​ປັ່ນ Sunrise 689 ສັງກັດ​ບໍລິ​ວັດ​ຫຸ້ນ​ສ່ວນຕໍ່​ກໍ່າ​ປັ່ນ​ສິນ​ໃນ​ນ້ຳ ຫາຍ​ຟ່ອງ ທີ່ຂົນ​ສົ່ງ​ນ້ຳມັນ 5.000 ​ໂຕນ, ພ້ອມ​ກັບ​ລູກ​​ເຮືອ 17 ຄົນ ​ໄດ້​ເດີນທາງ​ອອກ​ຈາກ​ທ່າ​ກໍ່​າປັ່ນ Horizon, ສິງກະ​ໂປ, ​ແຕ່​ເວລາ​ 18 ​ໂມງ, ວັນ​ທີ 02/10 ເພື່ອກັບ​ເມືອ​ແຂວງ​ກວາງ​ຈິ້, ຫວຽດນາມ. ​ແຕ່​ວ່າ, ພາຍ​ຫຼັງ​ເດີນທາງ​ອອກຈາກທ່າ​ທ່າ​ກໍ່າ​ປັ່ນມາຮອດ​ປະຈຸ​ບັນ, ​ເຈົ້າ​ຂອງບໍລິສັດ ບໍ່​ໄດ້​ຮັບ​ໂທລະເລັກ​ປະຈຳ​ວັນ ​​ແລະ ບໍ່​ສາມາດ​ຕິດ​ຕໍ່​ກັບ​ກໍ່າ​​ປັ່ນ Sunrise 689 ​ໄດ້. ວັນ​ທີ 07/10, ຄະນະ​ກຳມະການ​ກູ້​ໄພ​ກູ້​ຊີບ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຮຽກຮ້ອງ​ລະບົບສູນ​ຂ້ໍ​ມູນ​​​ເຂດ​ແຄມ​ທະ​ເລ​ຫວຽດນາມ ພ້ອມ​ກັບ​ສູນ​ສົມທົບ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ທາງ​ທະ​ເລ​ຫວຽດນາມ ​ແຈ້ງ​ຂ່າວ​ເຖິງ​ບັນດາ​ກໍ່າ​ປັ່ນ​ໃນ​ພາ​ກພື້ນ, ອົງການ​ທີ່​ມີໜ້າ​ທີ່ຂອງ ມາ​ເລ​ເຊ​ຍ, ອິນ​ໂດ​ເນ​ເຊຍ, ຟີລິ​ບປິນ ​ແລະ ສິງກະ​ໂປ ​ເພື່ອ​ຊ່ວຍ​ເຫຼືອ. ນອກຈາກ​ນັ້ນ, ກອງ​ບັນຊາ​ການ​ກຳລັງ​ຕຳຫຼວດ​ທະ​ເລ​ຫວຽດນາມ ກໍ່​ສົ່ງແຈ້ງການ​ເຖິງຕຳຫຼວດ​ທະ​ເລ 4 ປະ​ເທດ​ດັ່ງກ່າວ ​ແລະ ສູນ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພທະ​ເລ, ປ້ອງ​ກັນ​ຕ້ານໂຈນ​ສະ​ລັດ​ອາຊີ ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ຂອງ​ກໍ່າປັ່ນ Sunrise 689.

ຂ່າວ/ບົດ​ອື່ນ