ຫວຽດນາມ ຮຽກຮ້ອງສະໜັບສະໜູນຜູ້ລີ້ໄພ ປາແລັດສະຕິນ
(VOVWORLD) -ເລື່ອງໜູນຊ່ວຍຊາວອົບພະຍົບບໍ່ໄດ້ຮັບຖືວ່າແມ່ນມາດຕະການປ່ຽນແທນໃຫ້ເລື່ອງຊອກຫາມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ
(ທ່ານທີ່ປຶກສາ ໂດ້ງອັກຖຸຍ, ຜູ້ຕາງໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ) |
ຄະນະກຳມະການການເມືອງພິເສດ ແລະ ລົບລ້າງລະບອບລ່າເມືອງຂຶ້ນ (ຄະນະກຳມະການ 4), ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 77 ໄດ້ຈັດກອງປະຊຸມໃນວັນທີ 07 ພະຈິກ, ຢູ່ ນິວຢອກ, ປະເທດ ອາເມລິກາ. ກ່າວຄຳເຫັນທີ່ເຫດການ, ທ່ານທີ່ປຶກສາ ໂດ້ງອັກຖຸຍ, ຜູ້ຕາງໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ຖືວ່າ ເລື່ອງຮັບປະກັນແຫຼ່ງການເງິນເພື່ອໃຫ້ອົງການກູ້ຊ່ວຍຜູ້ລີ້ໄພ ປາແລັດສະຕິນ ຢູ່ເຂດໃກ້ກັບທິດຕາເວັນອອກເຄື່ອນໄຫວຢ່າງມີສະຖຽນລະພາບ ແມ່ນມີຄວາມສຳຄັນຍິ່ງ ໃນການໜູນຊ່ວຍຜູ້ລີ້ໄພ ແລະ ປະກອບສ່ວນສ້າງຄວາມສະຖຽນລະພາບຂອງສະພາບການຢູ່ພາກພື້ນ; ເລື່ອງໜູນຊ່ວຍຊາວອົບພະຍົບບໍ່ໄດ້ຮັບຖືວ່າແມ່ນມາດຕະການປ່ຽນແທນໃຫ້ເລື່ອງຊອກຫາມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ, ໃນນັ້ນສຳຄັນທີ່ສຸດແມ່ນຕ້ອງຮັບປະກັນບັນດາສິດທາງການເມືອງຢ່າງຊອບທຳຂອງຊາວ ປາແລັດສະຕິນ ດ້ວຍເລື່ອງສ້າງຕັ້ງລັດ ປາແລັດສະຕິນ ພ້ອມກັບນະຄອນຫຼວງ ເຢຣູຊາແລັມ ຕາເວັນອອກ, ດຳລົງຊີວິດຮ່ວມຢ່າງສັນຕິພາບພຽງຄູ່ກັບ ອິດສະຣາແອັນ, ໂດຍມີບັນດາເສັ້ນຊາຍແດນ ເຊິ່ງສາກົນຮັບຮອງເອົາ, ບົນພື້ນຖານບັນດາເສັ້ນຊາຍແດນກ່ອນປີ 1967 ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.