ຫວຽດນາມ ຮຽກຮ້ອງຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ຊາວຕ່າງປະເທດ ແລະ ຄະນະທູຕານຸທູດປະຈຳອາບການິດສະຖານ

(VOVWORLD) -ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງ, ດຳເນີນການເຈລະຈາ, ຟື້ນຟູຄວາມເປັນລະບຽບຮຽບຮ້ອຍ
ຫວຽດນາມ ຮຽກຮ້ອງຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ຊາວຕ່າງປະເທດ ແລະ ຄະນະທູຕານຸທູດປະຈຳອາບການິດສະຖານ - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ)

ວັນທີ 16 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມດ່ວນກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ ອາບການິດສະຖານ. ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງ, ດຳເນີນການເຈລະຈາ, ຟື້ນຟູຄວາມເປັນລະບຽບຮຽບຮ້ອຍ, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳ ແລະ ສິດທິມະນຸດສາກົນຢ່າງຄົບຖ້ວນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ສະແດງຄວາມວິຕົກກັງວົນວ່າ:

“ພວກເຮົາຕ້ອງມີສຽງເວົ້າລວມ ເພື່ອແນໃສ່ປົກປ້ອງສິດທິມະນຸດຢູ່ ອາບການິດສະຖານ. ຂ້າພະເຈົ້າຮຽກຮ້ອງໃຫ້ ຕາລີບານ ແລະ ທຸກຝ່າຍຈົ່ງເຄົາລົບ, ຮັບປະກັນກົດໝາຍວ່າດ້ວຍມະນຸດສະທຳສາກົນ, ກໍຄືບັນດາສິດ ແລະ ສິດເສລີຂອງທຸກໆຄົນ. ພວກຂ້າພະເຈົ້າພວມໄດ້ຮັບບົດລາຍງານກ່ຽວກັບບັນດາຂໍ້ຈຳກັດຮ້າຍແຮງສຳລັບສິດທິມະນຸດຢູ່ທົ່ວປະເທດອາບການິດສະຖານ.ຂ້າພະເຈົ້າມີຄວາມວິຕົກກັງວົນເປັນພິເສດຕໍ່ບັນດາຂໍ້ມູນກ່ຽວກັບສະພາບລະເມີດສິດທິມະນຸດສຳລັບແມ່ຍິງ ແລະ ເດັກຍິງຢູ່ ອາບການິດສະຖານ”.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກການໃຫ້ບຸລິມະສິດແຖວນ້າໃນປະຈຸບັນແມ່ນຢຸດຕິການໃຊ້ຄວາມຮຸນແຮງ, ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ… ພຽງມີມາດຕະການແກ້ໄຂດ້ານການເມືອງຢ່າງຮອບດ້ານຈຶ່ງນຳມາເຊິ່ງສັນຕິພາບ, ສະຖຽນລະພາບຢ່າງຍາວນານຢູ່ ອາບການິດສະຖານ ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢູ່ ອາບການິດສະຖານ ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳ ແລະ ສິດທິມະນຸດສາກົນ, ດຳເນີນການເຈລະຈາເພື່ອແນໃສ່ຮັບປະກັນສະພາບເປັນປົກກະຕິ ແລະ ຊຸກຍູ້ການໄກ່ເກ່ຍ, ປອງດອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ