ຫວຽດນາມ ຮຽກຮ້ອງໃຫ້ແກ້ໄຂສາຍເຫດຂອງການໃຊ້ຄວາມຮຸນແຮງຢູ່ Darfur, ຊູດັງ ໃຫ້ຂາດຂັ້ນ
(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ຊູດັງ ໃນໄລຍະຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ລັດຖະບານປ່ຽນຜ່ານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV) |
ຕອນບ່າຍວັນທີ 14 ເມສາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຈັດຕັ້ງການປຶກສາຫາລືບໍ່ເປັນທາງການ (IID) ຕາມຮູບການທາງອອນລາຍກ່ຽວກັບສະພາບການຢູ່ Darfur, ຊູດັງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າຢູ່ ຊູດັງ ໃນໄລຍະຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ລັດຖະບານປ່ຽນຜ່ານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢ່າງຄົບຖ້ວນ. ທ່ານເອກອັກຄະລັດຖະທູດ ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ເຮັດໃຫ້ຫຼາຍຄົນເສຍຊີວິດ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍ ແລະ ປາດຖະໜາວ່າ ລັດຖະບານ ຊູດັງ ເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບປະກັນບົດບາດແຖວໜ້າຂອງການປົກປ້ອງສາມັນຊົນ ກໍຄື ຊຸກຍູ້ການແກ້ໄຂສາຍເຫດຂອງສະພາບການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມ ຢູ່ Darfur ໃຫ້ຂາດຂັ້ນ.