ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະບໍລິຫານງານ IPU 136
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: ບິ່ງຮູຍ//Vietnam+)
|
(vovworld) – ໃນລະຫວ່າງວັນທີ 30 – 31/3, ທີ່ຫໍປະຊຸມສາກົນ Bangabandhu, ຢູ່ໃຈກາງນະຄອນຫຼວງ Dhaka ປະເທດ ບັງລາເທດ, ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 275 ຂອງຄະນະບໍລິຫານງານສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 136 (IPU 136), ພາຍໃຕ້ການເປັນປະທານຂອງທ່ານປະທານ IPU Saber Hossain Chowdhury. ກອງປະຊຸມຄັ້ງນີ້ປຶກສາຫາລືກ່ຽວກັບບັນດາບັນຫາການເງິນ, ປະຕິບັດຍຸດທະສາດ IPU ໄລຍະ 2017 – 2021; ການຮ່ວມມືກັບບັນດາອົງການຂອງ ສປຊ, ວຽກງານກະກຽມໃຫ້ແກ່ວາລະປະຊຸມຄັ້ງທີ 200 ຂອງສະພາບໍລິຫານ IPU, ປືກສາຫາລື ກ່ຽວກັບ IPU 137 ຈະຈັດຕັ້ງຢູ່ນະຄອນ Saint Petersburg (ປະເທດລັດເຊຍ) ແຕ່ວັນທີ 14 – 18/10/2017, ປັບປຸງຂໍ້ກຳນົດ ແລະ ກົດລະບຽບຂອງ IPU…
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວຽດນາມ, ສະມາຊິກຄະນະບໍລິຫານ IPU ເນັ້ນໜັກເຖິງຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ເຄົາລົບສິດຂອງແມ່ຍິງ. ຜູ້ຕາງໜ້າສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ໃນປີຜ່ານມາ, IPU ໄດ້ຕັ້ງໜ້າໃນການຊຸກຍູ້ ຄວາມສະເໝີພາບລະຫວ່າງຍິງຊາຍ, ມອບສິດໃຫ້ແມ່ຍິງຫຼາຍກ່ວາ. ທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ໄປຄຽງຄູ່ກັບ IPU ໃນວຽກງານຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຫລຸດຜ່ອນຄວາມສ່ຽງຂອງໄພພິບັດ, ຫວຽດນາມ ຈະຈັດຕັ້ງກອງປະຊຸມຫົວເລື່ອງສະເພາະຂອງ IPU ພາກພື້ນ ອາຊີ - ປາຊີຟິກ ຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 11 – 13/5 ຈະມາເຖິງ, ດ້ວຍຫົວຂໍ້ “ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການເຄື່ອນໄຫວຂອງບັນດາຜູ້ສ້າງກົດໝາຍເພື່ອປະຕິບັດຄາດໝາຍພັດທະນາແບບຍືນຍົງ.”