(vovworld) - ວັນທີ 10/04, ທ່ານລັດຖະມົນຕີກກະຊວງອຸດສາຫະກຳການຄ້າ ຫວູຮຸຍຮ່ວາງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນຄັ້ງທີ 9 (AEC) ຢູ່ສູນກອງປະຊຸມສາກົນ ນະຄອນຫຼວງ Banda Seti Begawan, ປະເທດບຣຸໄນ. ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຕາຕະລາງຄະແນນ AEC ຕີລາຄາການປະຕິບັດແຜນການລະອຽດ AEC, ໂດຍສະເພາະແມ່ນຕາມທັດສະນະ ຄາດໝາຍກໍ່ສ້າງ AEC ໃນປີ 2015; ແລກປ່ຽນ ແລະ ພິຈາລະນາບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນຄວາມມານະພະຍາຍາມສືບຕໍ່ສ້າງເງື່ອນໄຂສະດວກ ແລະ ຊຸກຍູ້ການແລກປ່ຽນການບໍລິການຕ່າງໆ ແລະ ຜູ້ຊ່ຽວຊານຂ້າມຊາຍແດນລະຫວ່າງບັນດາປະເທດພາຍໃນກຸ່ມ, ການພັດທະນາໃນບັນດາການເຈລະຈາສັນຍາການພົວພັນຄູ່ຮ່ວມມືດ້ານເສດຖະກິດຢ່າງຮອບດ້ານໃນພາກພື້ນ (RCEP) ນັບແຕ່ຂໍ້ລິເລີ່ມນີ້ຖືກຍົດອອກມາເມື່ອເດືອນ 11/2012, ກໍຄືເລື່ອງປະຕິບັດແຜນສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ. ກອງປະຊຸມກໍສະເໜີບັນດາເນື້ອໃນກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເລື່ອງເພີ່ມທະວີ, ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ຍູ້ໄວການເຊື່ອມຕໍ່ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ເພື່ອຢືນສະເໜີຕໍ່ບັນດາການນຳອາຊຽນ ພິຈາລະນາທີ່ ກອງປະຊຸມສຸດຍອດອາຊຽນຄັ້ງທີ 22, ຄາດວ່າຈະດຳເນີນໄປໃນລະຫວ່າງວັນທີ 24 – 25/04 ຢູ່ບຣຸໄນ.