ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ພັກກອມມູນິດ ອີຕາລີ ຄັ້ງທີ I

(VOVWORLD) - ໃນວາລະໄຂກອງປະຊຸມໃຫຍ່, ທ່ານ ກາວຈີ້ງທ້ຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຢັ້ງຢືນວ່ານ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ອີຕາລີ

ກອງປະຊຸມໃຫຍ່ພັກກອມມູນິດ ອີຕາລີ ຄັ້ງທີ I ຈັດຕັ້ງໃນທ້າຍອາທິດຜ່ານມາຢູ່ນະຄອນ Orvieto, ປະເທດ ອີຕາລີ. ເຫດການນີ້ມີການເຂົ້າຮ່ວມຂອງຄະນະຜູ້ແທນບັນດາພັກກອມມູນິດ, ຂະບວນການຝ່າຍຊ້າຍສາກົນຫຼາຍຄະນະ. ໃນວາລະໄຂກອງປະຊຸມໃຫຍ່, ທ່ານ ກາວຈີ້ງທ້ຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຢັ້ງຢືນວ່ານ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ອີຕາລີ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນ້ຳໃຈມິດຕະພາບລະຫວ່າງພັກກອມມູນິດ ອີຕາລີ ແລະ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ໄດ້ຮັບການປັບປຸງ ແລະ ນັບມື້ນັບແໜ້ນແຟ້ນ. ຫວຽດນາມ ຫວັງວ່າ ມູນເຊື້ອອັນດີງາມນີ້ຈະສືບຕໍ່ໄດ້ຮັບການເຊື່ອມຕໍ່ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ.

        ກອງປະຊຸມໃຫຍ່ໄດ້ເລືອກຕັ້ງທ່ານ Mauro Alboresi ເປັນເລຂາທິການໃຫຍ່ພັກກອມມູນິດ ອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ