ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຄົບຄະນະສຸດຍອດ ອາຊຽນ ຄັ້ງທີ 44, 45

(VOVWORLD) - ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ, ອາຊຽນ ຕ້ອງຮັກສາບົດບາດໃຈກາງ, ເອກະພາບ, ສະເໝີພາບ ແລະ ມີການປະພຶດໂດຍມີຫຼັກການໃນການຜັນຂະຫຍາຍການພົວພັນຕ່າງປະເທດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຄົບຄະນະສຸດຍອດ ອາຊຽນ ຄັ້ງທີ 44, 45 - ảnh 1ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມຄົບຄະນະສຸດຍອດ ອາຊຽນ ຄັ້ງທີ 44, 45
(ພາບ: TTXVN)

        ຕອນເຊົ້າວັນທີ 09 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມຄົບຄະນະສຸດຍອດ ອາຊຽນ ຄັ້ງທີ 44, 45.

        ທ່ານນາຍົກລັດຖະມົນຕີສະແດງຄວາມເຫັນດີກັບຫົວຂໍ້ ອາຊຽນ 2024 ກ່ຽວກັບ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ, ຍິ່ງກວ່າເວລາໃດໝົດ, ອາຊຽນ ຕ້ອງຖືຄວາມເຂັ້ມແຂງດ້ວຍຕົນເອງເປັນພື້ນຖານເພື່ອບືນຕົວຂຶ້ນ, ຖືການເຊື່ອມຕໍ່ແມ່ນຈຸດສຸມເພື່ອບຸກທະລຸ ແລະ ຖືການປ່ຽນແປງໃໝ່ປະດິດຄິດສ້າງເປັນກຳລັງໜູນເພື່ອນຳໜ້າການນຳພາ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ, ເລື່ອງ ຕີມໍແລັດເຕ ເຂົ້າເປັນສະມາຊິກໂດຍໄວ ຈະຕໍ່ກຳລັງແຮງເຂັ້ມແຂງດ້ວຍຕົນເອງໃຫ້ແກ່ ອາຊຽນ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ, ອາຊຽນ ຕ້ອງຮັກສາບົດບາດໃຈກາງ, ເອກະພາບ, ສະເໝີພາບ ແລະ ມີການປະພຶດໂດຍມີຫຼັກການໃນການຜັນຂະຫຍາຍການພົວພັນຕ່າງປະເທດ, ເປີດກວ້າງ ແລະ ຫັນການພົວພັນເປັນຫຼາຍຮູບຫຼາຍແບບກັບບັນດາຄູ່ຮ່ວມມື ບົນພື້ນຖານຮັບປະກັນປະສິດທິຜົນ, ແທດຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ໃນວັນດຽວກັນ, ທີ່ການເຂົ້າຮ່ວມກອງປະຊຸມວົງແຄບ, ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອາຊຽນ ຕ້ອງສາມັກຄີກັນ, ເສີມຂະຫຍາຍສຽງເວົ້າລວມຮຽກຮ້ອງຢຸດຕິສົງຄາມ, ການປະທະກັນ ແລະ ຊອກຫາມາດຕະການແກ້ໄຂ ເພື່ອນຳມາເຊິ່ງສັນຕິພາບ ບົນພື້ນຖານການເຄົາລົບກົດໝາຍສາກົນ.

        ເມື່ອແບ່ງປັນກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ບັນດາການຂັດແຍ້ງອະທິປະໄຕ, ເຂດທະເລ, ໝູ່ເກາະຢູ່ທະເລຕາເວັນອອກ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ກ່ຽວກັບບັນຫາ ມຽນມາ, ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ມາດຕະການແກ້ໄຂໃຫ້ແກ່ ມຽນມາ ແມ່ນໂດຍປະຊາຊົນ ມຽນມາ ຕັດສິນ.

ຕອບກັບ

ຂ່າວ/ບົດ​ອື່ນ