ຫວຽດນາມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມຢູ່ ອີຢີບ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມຢູ່ ອີຢີບ - ảnh 1

ປະ​ເທດ​ອີ​ຢີບ

(ພາບ:travel365.com.vn)

( vovworld ) –  ​ກອງ​ປະຊຸມ​ລັດຖະມົນຕີ​ຂະ​ບວນການບໍ່ຮ່ວມ​ກຸ່ມ (NAM) ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ Sharm El Sheikh ປະ​ເທດ​ອີ​ຢີບ ​ແຕ່​ວັນ​ທີ 7-10/5. ກອງ​ປະຊຸມ​ຄັ້ງນີ້ ​ເພື່ອ​ແນ​ໃສ່​ປຶກສາ​ຫາລືບັນດາ​ເນື້ອ​ໃນ​ອັນ​ເປັນ​ພື້ນຖານ​ທີ່​ສຸດ ​ແນ​ໃສ່ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນສູງ​ຂອງຂະ​ບວນການບໍ່ຮ່ວມ​ກຸ່ມ ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ໃນ​ທ້າ​ຍ​ເດືອນ 8/2012 ຢູ່ Teheran ປະ​ເທດ Iran.

   ​ເມື່ອຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳອີ​ຢີບ, ທ່ານ Hoang Chi Trung ຫົວໜ້າ​ກົມ​ບັນດາ​ອົງການ​ຈັດຕັ້ງສາກົນ-​ກະຊວງ​ການ​ຕ່າ​ງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ທ່ານ​ຮອງ​ລັດຖະມົນຕີ​ການຕ່າງປະ​ເທດ Le Luong Minh ​ເປັນ​ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້. ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ການ​ປະກອບສ່ວນ​ຢ່າງລະອຽດ​ເຂົ້າ​ໃນ​ວິວັດ​ການ​ກະກຽມ​ເນື້ອ​ໃນ​ເອກະສານ​ໃຫ້​ແກ່​ກອງ​ປະຊຸ​ມ. ທ່ານ Hoang Chi Trung ​ເວົ້າວ່າ:

   “​ເອກະສານ​ມີ​ຫຼາຍ​ເນື້ອ​ໃນ, ​ໂດຍ​ຜ່ານ​ຄະນະ​ຜູ້​ແທນ ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ພວກ​ເຮົາ​ໄດ້ສົມທົບ​ກັບ​ບັນດາ​ປະ​ເທດ​ໃນ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ໃນ ອາ​ຊຽນ ​ເພື່ອ​ສ້າງ​ແຜ​ນະ​ໂຍບາຍ​ລວມຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ກ່ຽວ​ກັບ​ທຸກໆ​ບັນຫາ, ພິ​ເສດ​ແມ່ນ​ການ​ຕີ​ລາຄາ​ສະພາບ​ການ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກ່ຽວ​ກັບ​ການ​ພັດທະນາ​ຂອງອາ​ຊຽນ, ກ່ຽວ​ກັບ​ການ​ສ້າງ​ພາກ​ພື້ນ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ກໍ່​ຄື​ໃນ​ໂລກ. ນອກຈາກ​ນັ້ນ​ແລ້ວ, ຫວຽດນາມ ຍັງ​ປະກອບສ່ວນ ​ແລະ ມີ​ຂໍ້​ລິ​ເລີ່​ມຄື: ກ່ຽວ​ກັບ​ການ​ຫລຸດ​ຜ່ອນກຳລັງ​ທັບ, ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ໃນ​ການ​ຊຸກຍູ້​ການ​ສ້າງ​ໂລກ​ປອດ​ອາວຸດ​ນິວ​ເຄຼຍ, ບັນດາ​ຂໍ້​ລິ​ເລີ່​ມ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ສັນຕິ​ວິທີ, ຂໍ້​ລິ​ເລີ່​ມ​ເພື່ອ​ປະຕິບັດ​ຈຸດໝາຍ​ການ​ພັດທະນາ, ຈຸດໝາຍສະຫັດ​ສະ​ວັດຂອງ ສະຫະ​ປະຊາ​ຊາດ…..“  
ຂ່າວ/ບົດ​ອື່ນ