ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ASEAN

(VOVWORLD) - ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາເນື້ອໃນປຶກສາຫາລື, ພິເສດແມ່ນການຜັນຂະຫຍາຍບັນດາບຸລິມະສິດຂອງ ອາຊຽນ ປີ 2024
ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ASEAN - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ໂດ້ຮຸ່ງຫວຽດ
(ພາບ: TTXVN)

        ແຕ່ວັນທີ 06 – 07 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ໂດ້ຮຸ່ງຫວຽດ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງ SOM ASEAN, ກອງປະຊຸມຄະນະບໍລິຫານຄະນະກຳມະການສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ ExCom) ແລະ ກອງປະຊຸມຄັ້ງທີ 17 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບ ຕີມໍເລສະເຕ (ACCWG-TL).

        ທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາເນື້ອໃນປຶກສາຫາລື, ພິເສດແມ່ນການຜັນຂະຫຍາຍບັນດາບຸລິມະສິດຂອງ ອາຊຽນ ປີ 2024, ກຳນົດທິດສ້າງຍຸດທະສາດຜັນຂະຫຍາຍປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ 2045, ຍົກສູງວິທີສຳຜັດລວມຂອງ ອາຊຽນ ໃນການເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ບັນດາປະເທດກຳມະສິດອາວຸດນິວເຄຼຍ (NSW) ເຊັນອະນຸສັນຍາສັນຍາ SEANWFZ, ເສີມຂະຫຍາຍບົດບາດ ແລະ ວິທີສຳຜັດຂອງ ອາຊຽນ ໜູນຊ່ວຍ ມຽນມາ, ໃນນັ້ນ, ມີການໜູນຊ່ວຍມະສຸດສະທຳໃຫ້ແກ່ປະຊາຊົນປະເທດນີ້…

        ທ່ານຮອງລັດຖະມົນຕີຢືນຢັນວ່າ, ອາຊຽນ ຄວນຢືດໝັ້ນຫຼັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ ຄືດັ່ງໄດ້ຍົກອອກມາໃນຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຮັກສາ ແລະ ຊຸກຍູ້ຄວາມສະຖຽນລະພາບເຂດທະເລອອກວັນທີ 30 ທັນວາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ