(vovworld) - ຕອນບ່າຍວັນທີ 3/9, ຢູ່ທຳລຽບ Novo – Ogarovo, ຊານນະຄອນ ມົດສະກູ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການພົບປະກັບການນຳກຳມະບານບາງພື້ນຖານເສດຖະກິດສະມາຊິກ ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ (APEC). ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ Dang Ngoc Tung ໄດ້ເຂົ້າຮ່ວມການພົບປະ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານາທິບໍດີ Putin ໄດ້ຢືນຢັນວ່າ ດ້ວຍຖານະເປັນປະເທດເຈົ້າພາບ APEC ຄັ້ງນີ້, ລັດເຊຍ ຈະຮັບຮູ້ບັນດາຂໍ້ສະເໜີ ແລະ ຄຳໃຫ້ປຶກສາຂອງວົງການ ການນຳກຳມະບານ, ເພື່ອນຳເຂົ້າໂຄງການດຳເນີນງານ ແນໃສ່ຍົກສູງປະສິດທິຜົນແຫຼ່ງກຳລັງແຮງງານຢູ່ທຸກໆພື້ນຖານເສດຖະກິດສະມາຊິກ APEC, ຜ່ານນັ້ນ ຫຼຸດຜ່ອນອັດຕາສ່ວນຄົນວ່າງງານ ແລະ ເພີ່ມວຽກເຮັດງານທຳໃຫ້ປະຊາຊົນຕື່ມອີກ. ຕາມທ່ານ Putin ແລ້ວ, APEC ນັບມື້ນັບມີຄວາມໝາຍສຳຄັນຕໍ່ພື້ນຖານເສດຖະກິດຂອງລັດເຊຍ ແລະ ດ້ວຍບົດບາດເປັນເຈົ້າພາບໃນປີນີ້ ຈະນຳມາເຊິ່ງປະເທດນີ້ບັນດາກາລະໂອກາດໃໝ່ ເພື່ອພັດທະນາເສດຖະກິດເຂດຕາເວັນອອກໄກ
ບັນດາຜູ້ແທນເຂົ້າຮ່ວມການພົບປະ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການເຊື່ອມໂຍງເສດຖະກິດໃນຂອບເຂດ APEC, ສະພາບຕົວຈິງຂອງພື້ນຖານເສດຖະກິດພາກພື້ນອາຊີ - ປາຊີຝິກ, ໃນປະຈຸບັນບັນຫາສ້າງວຽກເຮັດງານທຳ ແລະ ຍົກສູງສິດແຮງງານ ແລະ ສັງສົມໃຫ້ແກ່ປະຊາຊົນ. ບັນດາພື້ນຖານເສດຖະກິດສະມາຊິກ APEC ຄວນສ້າງກົນໄກເຈລະຈາ 3 ຝ່າຍລະຫວ່າງລັດ, ຄົນງານ ແລະ ເຈົ້າຂອງວິສາຫະກິດ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນສະພາບອັດຕາຄົນວ່າງງງານໃນໂລກພວມຢູ່ໃນລະດັບສູງຄືປະຈຸບັນ, ພ້ອມທັງສ້າງຕັ້ງເວທີປາໄສກຳມະບານ ແລະ ນຳເນື້ອໃນດັ່ງກ່າວເຂົ້າໂຄງການດຳເນີນງານນັບແຕ່ກອງປະຊຸມ APEC ຄັ້ງຕໍ່ໄປ.