( ພາບປະກອບ )
( vovworld.vn ) ຫວຽດນາມ ຫາກໍເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນຄັ້ງທີ 53, ເຊິ່ງຖືກດຳເນີນໄປແຕ່ວັນທີ 2 ຫາວັນທີ 6 ກຸມພາ ຢູ່ນະຄອນຫຼວງ Brussels ປະເທດ ແບນຊິກ. ຫົວຂໍ້ຂອງປີທ່ອງທ່ຽວ 2012 ນີ້ແມ່ນ ໝູ່ບ້ານອາຊີ - ປາຊີຟິກ. ບັນດາສະມາຊິກຂອງ ໝູ່ບ້ານອາຊີ - ປາຊີຟິກ ໄດ້ນຳບັນຍາກາດທີ່ຟົດຟື້ນມ່ວນຊື່ຂອງງານບຸນເຂດຮ້ອນດ້ວຍບັນດາລາຍການສະແດງເຂັ້ມຂົ້ນໄປດ້ວຍລັດສະນະສີສັນວັດທະນະທຳຂອງແຕ່ລະປະເທດຄືດົນຕີພື້ນເມືອງມາສະແດງທີ່ຕະຫຼາດບັດ. ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດປີນີ້ດ້ວຍຮ້ານວາງສະແດງສິນຄ້າຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ Airlines. ນີ້ແມ່ນໜື່ງໃນບັນດາຮ້ານວາງສະແດງທີ່ໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼາຍ. ຫວຽດນາມ ແມ່ນໜື່ງໃນຈຳນວນ 10 ປະເທດ ທີ່ຄະນະຈັດຕັ້ງ ແລະ ຊ່ອງໂທລະພາບ Escape Travel ເຊີນເຂົ້າຮ່ວມລາຍການພົບປະແລກປ່ຽນໂດຍກົງກັບແຂກຢ້ຽມຊົມເພື່ອໂຄສະນາຈຸດວັດທະນະທຳ, ການທ່ອງທ່ຽວ ແລະ ອາຫານການກິນ ທີ່ເຂັ້ມຂົ້ນໄປດ້ວຍລັກສະນະພິເສດສະເພາະ.