ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ ການກຸຸສົນ ຢູ່ ອີຢີບ

 

(vovworld) - ວັນທີ 3/10, ສະຖານທູດ​ຫວຽດນາມ ​ແລະ ສະມາຄົມ​ພັນ​ລະ​ຍາ​ຂອງ​ພະນັກງານ​ການ​ທູດ ຫວຽດນາມ ປະຈຳ​ອີ​ຢີບ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ການ​ກຸສົນ​ປີ 2012 ​ໂດຍ​ສະມາຄົມ​ພັນ​ລະ​ຍາ​ພະນັກງານ​ການ​ທູດ ອາຊີ ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫລວງ Cairo ​​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 20 ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ປະ​ເທດ​​ເຂົ້າ​ຮ່ວມ​ໄດ້​ວາງສະ​ແດງ​ບັນດາຜະລິດ​ຕະພັນ​ທີ່​ເປັນ​ມູນ​ເຊື້ອ​ກໍ​ຄື​ແນະນຳ​ວັດທະນະທຳ​ອາຫານ​ການ​ກິນ ​ແລະ ​ໂຄສະ​ນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຂອງ​ປະ​ເທດ​ຕົນ. ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ ທີ່​ງານ​ຕະຫລາດນັດ​ນີ້​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ​ເພື່ອນ​ມິດສາ​ກົນ​ນິຍົມ​​ເຄື່ອງ​ສິລະ​ປະ​ຫັດຖະກຳ​ຂອງ​ຫວຽດນາມ​ທຸກ​ປະ​ເພດ​ກໍ​ຄື ຊຸດ​ເສື້ອ​ຍາວ​, ພາ​ບແຕ້ມ Dong Ho. ງານ​ຕະຫລາດນັດ​ການ​ກຸສົນ​ດັ່ງກ່າວ​ ​ເພື່ອ​ບໍລິຈາກ​​ເງິນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກເຫດ​ແຜ່ນດິນ​ໄຫວ​ຢູ່ ຍີ່​ປຸ່ນ ​ແລະ ບັນດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ທີ່​ປະສົບ​ກັບ​ໄພ​ທຳ​ມະ​ຊາດ ກໍ​ຄື​ຊ່ວຍ​ເຫລືອ​ເດັກ​ທຸກ​ຍາກ, ຄົນ​ພິການ​ຢູ່​ ອີ​ຢີບ.

ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ        ການກຸຸສົນ ຢູ່ ອີຢີບ - ảnh 1
ຮ້ານວາງສະແດງເຄື່ອງສິລະປະຫັດຖະກຳຂອງຫວຽດນາມ
ພາບ:TTXVN

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ