ຮ້ານວາງສະແດງຂອງຫວຽດນາມ
(ພາບ: Vietnam+)
|
(vovworld) - ແຕ່ວັນທີ 24 – 26/3, ສະຖານທູດ ຫວຽດນາມ ປະຈຳ ເມກຊີໂກ ພ້ອມກັບບັນດາອົງການຜູ້ຕາງໜ້າການທູດ ຂອງບັນດາປະເທດສະມາຊິກ ອາຊຽນ ປະຈຳເມັກຊີໂກ ແມ່ນ ໄທ, ຟີລິບປິນ ແລະ ອິນໂດເນເຊຍ, ໄດ້ເຂົ້າຮ່ວມສັບປະດາພົບປະແລກປ່ຽນວັດທະນະທຳສາກົນ Naucalpan ປີ 2017, ຢູ່ສວນສາທາລະນະ Naucalli.
ແລະກໍ່ໃນຂອບເຂດສັບປະດາການພົວພັນແລກປ່ຽນວັດທະນະທຳສາກົນ Naucalpan, ທ່ານນາງ ເລລີງລານ, ເອກອັກຄະລັດຖະທູດ ຫວຽດນາມ ພ້ອມກັບເອກອັກຄະລັດຖະທູດໄທ, ອິນໂດເນເຊຍ ແລະ ຟີລິບປິນ, ຕັດແຖບຜ້າໄຂງານວາງສະແດງຮູບພາບກ່ຽວກັບປະເທດຊາດ, ປະຊາຊົນ, ທິວທັດທຳມະຊາດ ກໍ່ຄືຊີວິດການເປັນຢູ່ດ້ານວັດທະນະທຳຂອງບັນດາປະເທດສະມາຊິກ ອາຊຽນ. ຫວຽດນາມ ໄດ້ນຳມາໃຫ້ງານຕະຫຼາດນັດບັນຍາກາດວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ດ້ວຍບັນດາເຄື່ອງຫັດຖະກຳ ທີ່ຍອດຍິ່ງປະສົມປະສານກັນຊຸດເສື້ອຍາວ, ກຸບ ກໍ່ຄືບັນດາ ເຄື່ອງດື່ມ, ເຍື່ອງອາຫານພື້ນເມືອງ.