(vovworld) - ເນື່ອງໃນໂອກາດວັນທີ 28/07, ກຳປູເຈຍ ໄດ້ຈັດການເລືອກຕັ້ງສະພາແຫ່ງຊາດອາຍຸການທີ 5 ສຳເລັດຜົນ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ.
ວັນທີ 01 ສິງຫາ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຜ່ານມາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານ ເລືອງແທງຫງີ້ ໃຫ້ຮູ້ວ່າ “ຫວຽດນາມ ຊົມເຊີຍກຳປູເຈຍ ໄດ້ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດອາຍຸການທີ 5 ໃນວັນທີ 28 ກໍລະກົດ ສຳເລັດຜົນ. ຫວຽດນາມ ເຊື່ອໝັ້ນວ່າປະເທດກຳປູເຈຍ ຈະສືບຕໍ່ພັດທະນາສັນຕິພາບ, ສະຖຽນລະພາບ, ຈະເລີນຮຸ່ງເຮືອງ, ການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຳປູເຈຍ ສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ”.