ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດໃໝ່ຂອງ ຝລັ່ງ ຢູ່ທະວີບອາຊີ
ກອງປະຊູມສຳມະນາ “ ຫວຽດນາມ - ຄູ່ຮ່ວມມືຍຸດທະສາດໃໝ່ຂອງ ຝລັ່ງ ຢູ່ທະວີບອາຊີ “
(vovworld) - ມີຫຼາຍໂອກາດລົງທຶນດຳເນີນທຸລະກິດໄດ້ເປີດອອກພາຍຫຼັງການຢ້ຽມຢາມຝລັ່ງຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢູງ ດ້ວຍເລື່ອງສອງປະເທດລົງລາຍເຊັນໃນຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດ. ນັ້ນແມ່ນຂໍ້ສັງເກດລວມຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊູມສຳມະນາ “ ຫວຽດນາມ - ຄູ່ຮ່ວມມືຍຸດທະສາດໃໝ່ຂອງ ຝລັ່ງ ຢູ່ທະວີບອາຊີ “ ເຊິ່ງຈັດຕັ້ງໃນວັນທີ 5/11 ທີ່ໂຮງຮຽນ ESSEC, ໜຶ່ງໃນຫ້າໂຮງຮຽນບໍລິຫານທຸລະກິດອັນດັບໜຶ່ງຂອງຝລັ່ງ.ກ່າວຄຳເຫັນທີ່ກອງປະຊູມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ເຢືອງຈີ໋ຢູງ ເນັ້ນໜັກ ເຖິງສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບຫຼາຍຄູ່ຮ່ວມມື, ຫຼາຍອົງການໃຫຍ່ຢູ່ໃນໂລກ ແລະ ໃນພາກພື້ນ; ໃນນັ້ນເອົາໃຈໃສ່ພິເສດເຖິງສາຍພົວພັນກັບ ປະເທດ ຝລັ່ງ ເວົ້າສະເພາະ, ທະວີບເອີຣົບເວົ້າລວມ. ກ່ຽວກັບຄວາມໝາຍຂອງ ກອງປະຊູມສຳມະນາ “ ຫວຽດນາມ - ຄູ່ຮ່ວມມືຍຸດທະສາດໃໝ່ຂອງ ຝລັ່ງ ຢູ່ທະວີບອາຊີ “ , ທ່ານ ເຢືອງຈີ໋ຢູງ ໃຫ້ຮູ້ວ່າ :
“ ນີ້ແມ່ນໂອກາດສຳຄັນເພື່ອໃຫ້ພວກເຮົາໂຄສະນາ, ແນະນຳໃຫ້ເພື່ອນມິດກ່ຽວກັບການພັດທະນາໃໝ່ຂອງປະເທດເຮົາ, ພິເສດແມ່ນເສດຖະກິດ, ເພື່ອເວົ້າແຈ້ງ, ໄຈ້ແຍກຢ່າງເລີກເຊິ່ງກ່ຽວກັບຄວາມໝາຍຄູ່ຮ່ວມມືຍຸດທະສາດທີ່ສອງປະເທດຫາກໍ່ເຊັນກັນ, ໃນນັ້ນຂອບເຂດການຮ່ວມມືດ້ານເສດຖະກິດລົງທຶນການຄ້າແມ່ນສຳຄັນທີ່ສຸດ “