ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ກອງປະຊຸມສາກົນບັນດາພັກການເມືອງຢູ່ອາຊີ

ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ກອງປະຊຸມສາກົນບັນດາພັກການເມືອງຢູ່ອາຊີ - ảnh 1
ກອງ​ປະຊຸມ​ ICAPP ຄັ້ງທີ 19
(ພາບ: qtv.vn)


(vovworld) - ວັນ​ທີ 25/04, ຢູ່​ຮ່າ​ໂນ​້ຍ ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 19 ຄະນະ​ປະຈຳ​ຂອງ​ກອງ​ປະຊຸມ​ສາກົນ​ບັນດາ​ພັກການ​ເມືອງຢູ່ອາຊີ (ICAPP) ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ. ຜູ້ຕາງໜ້າ​ຂອງ​ບັນດາ​ພັກ​ກຳ​ອຳນາດ, ພັກ​ການ​ເມືອງ​ໃຫຍ່​ຂອງ​ບັນດາ​ປະ​ເທດ​ອາຊີ, ບັນດາ​ນັກ​ສັງ​ເຫດການ ​ແລະ ​ແຂກ​ຖືກ​ເຊີນ, ອົງການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ ​ແລ​ະ ສາກົນ ທີ່​ຂຶ້ນ​ກັບ 26 ປະ​ເທດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ເຫດການ​ນີ້. ກ່ອນ​ທີ່​ໄຂ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ເຂົ້າ​ຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ. ຄາດ​ວ່າ, ພາຍຫຼັງ​​ພິທີໄຂ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສາກົນ​ບັນດາ​ພັກ​ການ​ເມືອງ​ຢູ່ອາຊີ, ​ໃນ​ນັ້ນ​ສຸມ​ໃສ່​ພິຈາລະຈາ​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມ​ໃໝ່​ຂອງ​ບັນ​ດາພັກ​ສະມາຊິກ, ສະໜັບສະໜູນ​ຂໍ້​ກຳນົດ​ນັກ​ສັງ​ເກດການ​ຂອງ ICAPP ທີ່​ກອງ​ປະຊຸມ​ສະມັດ​ສາໃຫຍ່ສະຫະ​ປະຊາ​ຊາດ.

        ກ່ຽວ​ກັບ​ເລື່ອງ​​ເປັນ​ຄັ້ງ​ທຳ​ອິດ​ທີ່ພັກ​ກອມ​ມູນິດ​ຫວຽດນາມ ​ເປ​ັນ​ເຈົ້າພາບ​ຈັດ​ຕັ້ງ​​ເຫດກາ​ນດັ່ງກ່າວ​ໄດ້ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໜ້າ​ທີ່​ຮັບຜິດຊອບ​ທີ່​ມີ​ຕໍ່​ວຽກ​ງານ​ລວມຂອງ​ອົງການ​ໃຫຍ່​ກວ່າ​ໝູ່​ທີ່ສະ​ຫງວນ​ໃຫ້​ບັນດາ​ພັກ​​ການ​ເມືອງ​ໃນ​ພາກ​ພື້ນ, ​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ​ເພື່ອ​ປະກອບສ່ວນ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ວາງ​ອອກ ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ