ພາບປະກອບ
(vovworld) – ວັນທີ 15/4, ລັດຖະບານ ຫວຽດນາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນທ່ົວປະເທດເພີ່ມທະວີການປ້ອງກັນ, ຕ້ານໂລກໄຂ້ຫວັດສັດປີກ A (H7N9) ແລະ A (H5N1). ໃນສານສົ່ງເຖິງບັນດາກະຊວງ, ຂະແໜງການເມື່ອວັນທີ 15/4, ລັດຖະບານຮຽກຮ້ອງໃຫ້ບັນດາອົງການສື່ສານ, ຄະນະກຳມະການປະຊາຊົນ ແຂວງ, ນະຄອນຕ່າງໆ, ພິເສດແມ່ນບັນດາແຂວງຊາຍແດນທາງພາກເໜືອ ແລະ ທາງທິດຕາເວັນຕົກພາກໃຕ້, ໃຫ້ຂ່າວເປັນປະຈຳກ່ຽວກັບຜົນຮ້າຍຂອງເລື່ອງຄ້າເຖື່ອນ, ຂົນສົ່ງ ແລະ ຈຳໜ່າຍສັດປີກ, ຜະລິດຕະພັນຈາດສັດປີກທີ່ມີຕໍ່ສຸຂະພາບຂອງປະຊາຊົນ. ລັດຖະບານກໍ່ໄດ້ມອບໃຫ້ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຕິດຕາມກວດກາຢ່າງລະອຽດສະພາບການໄຂ້ຫວັດ A (H5N1) ແລະ A (H7N9) ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ຂ່າວຢ່າງທັນການຊ່ວຍໃຫ້ປະຊາຊົນເຂົ້າໃຈຢ່າງຖືກຕ້ອງກ່ຽວກັບໄພແຜ່ລະບາດ, ຜົນຮ້າຍຂອງໄຂ້ຫວັດສັດປີກຊະນິດຕ່າງໆ, ວິທີປ້ອງກັນ ແລະ ຕ້ານໄຂ້ຫວັດສັດປີກ.
ໃນຂະນະນັ້ນ, ວັນທີ 15/4, ຈີນ ໄດ້ປະກາດ ມີກໍລະນີໜຶ່ງອີກຖືກເສຍຊີວິດຍ້ອນ ໄວຣັດໄຂ້ຫວັດສັດປີກ H7N9, ຍົກຍອດຈຳນວນຜູ້ເສຍຊີວິດຍ້ອນໄວຣັດໃໝ່ຢູ່ປະເທດນີ້ຂຶ້ນເຖິງ 14 ຄົນ. ນອກຈາກນັ້ນ, ຍັງມີ 3 ກໍລະນີຕິດແປດໃໝ່ຢູ່ແຂວງຕ່າງໆຂອງ ຈີນ ໃນວັນທີ 15/4. ຮອດປະຈຸບັນ, ຍອດຈຳນວນກໍລະນີຕິດແປດໄວຣັດໄຂ້ຫວັດ H7N9 ໃນທ່ົວປະເທດ ຈີນ ແມ່ນຂຶ້ນເຖິງ 63 ກໍລະນີ, ໃນນັ້ນສູງກ່ວາໝູ່ແມ່ນຢູ່ ຊຽງໄຮ ດ້ວຍ 24 ກໍລະນີ.