ຫວຽດນາມ ເພີ່ມທະວີການຮ່ວມມືກັບ ອີຕາລີ ແລະ ສະຫະພາບເອີລົບ

ຫວຽດນາມ ເພີ່ມທະວີການຮ່ວມມືກັບ ອີຕາລີ ແລະ ສະຫະພາບເອີລົບ - ảnh 1
ເວທີ​ປາ​ໄສ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ
(ພາບ:baophutho.vn)

(vovworld) – ​ໃນ​ໄລຍະ​ເຂົ້າ​ຮ່ວມ “​ເວທີ​ປາ​ໄສ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ” ຢູ່​ອີ​ຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 22-23/3 ທີ່​ຜ່ານ​ມາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ Bui Thanh Son ​ໄດ້​ມີ​ການ​ພົບ​ປະ 2 ຝ່າຍຈຳ​ນວນ​ໜຶ່ງ​ຢູ່ນອກ​ເວທີ​ປາ​ໄສ​ກັບ​ທ່ານ Antonio Tajani, ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ (ຫຼື EC), ທ່ານ Marta Dassu, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອີ​ຕາ​ລີ, ທ່ານ Elisabetta Belloni, ຫົວໜ້າ​ກົມ​ໃຫຍ່​ການ​ຮ່ວມ​ມື​ພັດ​ທະນະ​ກະຊວງ​ການ​ຕ່າງປະ​ເທດ ອີ​ຕາ​ລີ ​ແລະ ຜູ້​ຕາງໜ້າ​ບາງ​ວິ​ສາ​ຫະກິດ ອີ​ຕາ​ລີ ​ເພື່ອ​ແນ​ໃສ່​ແລກປ່ຽນ, ຍູ້​ແຮງ​ການ​ຮ່ວມ​ມື, ການ​ລົງທຶນ​ລະຫວ່າງ​ສະຫະພາບ​ເອີ​ລົບ ​ແລະ ອີ​ຕາ​ລີ ກັບ​ ຫວຽດນາມ. ທີ່​ການ​ພົບ​ປະ​ຄັ້ງຕ່າງໆ​ນີ້, ບັນດາ​ຄູ່​ຮ່ວມ​ມື​ລ້ວນ​ແຕ່​ສະ​ແດງ​ອາລົມ​ຈິດອັນ​ດີ​ງານ​ທີ່​ມີ​ຕໍ່ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ເຊິ່ງປະຊາຊົນ​ຫວຽດນາມ ບັນລຸ​ໄດ້​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ (ຫຼື EC) ​Antonio Tajani ​ໃຫ້​ຮູ້​ວ່າ ​ໃນ​ເດືອນ 10/2012 ນີ້​ຈະ​ມີ​ຄະນະ​ນັກທຸລະກິດ​ທີ່​ຕາງໜ້າ​ໃຫ້​ວິ​ສາ​ຫະກິດ 30 – 50 ​ແຫ່ງ​ຂອງ​ບັນດາ​ປະ​ເທດ ​ເອີ​ລົບ ມາຊອກ​ຫາ​ກາລະ​ໂອກາດ​ລົງ​ທຶນ ​ແລະ ຮ່ວມ​ມື​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ