(vovworld) - ນາຍົກລັດຖະມົນຕີຫາກໍເຊັນຂໍ້ຕົກລົງອະນຸມັດຜ່ານຍຸດທະສາດ ພັດທະນາການສະສົມແຫ່ງຊາດຮອດປີ 2020. ຕາມຍຸດທະສາດແລ້ວ, ຄວາມສາມາດສະສົມແຫ່ງຊາດຈະໄດ້ຮັບການເພີ່ມທະວີ, ຮັບປະກັນຮອດປີ 2015, ຍອດລະດັບສະສົມແຫ່ງຊາດບັນລຸປະມານ 0,8 – 1% GDP ແລະ ຮອດປີ 2020 ບັນລຸປະມານ 1,5% GDP. ກ່ຽວກັບລາຍຊື່ສິນຄ້າສະສົມແຫ່ງຊາດຮອດປີ 2020, ຍຸດທະສາດກຳນົດ 5 ໝວດສິນຄ້າ, ໃນນັ້ນລວມມີໝວດສິນຄ້າຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຮັບປະກັນຊີວິດສັງຄົມ; ໝວດສິນຄ້າຮັບໃຊ້ການຮັບມືກັບ, ໄພພິບັດທຳມະຊາດ ແລະ ການກູ້ໄພກູ້ຊີບ; ໝວດສິນຄ້າຮັບໃຊ້ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາເຂດຊາຍແດນ, ທະເລ, ໝູ່ເກາະ ແລະ ໜູນຊ່ວຍຂົງເຂດອຸດສາຫະກຳ.
ຍຸດທະສາດຊີ້ແຈ້ງວ່າ ຈະຄົ້ນຄວ້າ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຮັບປະກັນສິນຄ້າສະສົມແຫ່ງຊາດ, ຖ່າຍທອດເຕັກໂນໂລຊີຮັກສາຜະລິດຕະພັນທີ່ກ້າວໜ້າຂອງບັນດາປະເທດໃນພາກພື້ນ ເພື່ອແນໃສ່ຮັບປະກັນຄຸນນະພາບສິນຄ້າສະສົມແຫ່ງຊາດ.