(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກູ໊ຍ ໄດ້ສະເໜີກ່ຽວກັບບັນດາຜົນງານໃນກະສິກຳຂອງ ຫວຽດນາມ, ນະໂຍບາຍຊຸກຍູ້ກະສິກຳຂຽວ ກໍ່ຄືບັນດາສິ່ງທ້າທາຍສຳລັບກະສິກຳແບບຍືນຍົງ
ພາບປະກອບ
|
ວັນທີ 11 ກໍລະກົດ, ໃນຂອບເຂດເວທີປາໄສການເມືອງຂັ້ນສູງສະພາເສດຖະກິດ - ສັງຄົມຂອງສະຫະປະຊາຊາດ (ECOSOC), ໄທ, ຫວຽດນາມ ບູຖານ, ສະຫະພາບເອີລົບ (EU), UNEP ແລະ Switch Asia ພ້ອມກັນຈັດຕັ້ງເຫດການ “ເສດຖະກິດຂຽວ ແລະ ຜົນກະທົບມີລັກສະນະຫັນປ່ຽນສຳລັບການພັດທະນາແບບຍືນຍົງໃນທຸກແງ່ມູມ”. ທ່ານ ດັ້ງດິ່ງກູ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຕາງໜ້າໃຫ້ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກູ໊ຍ ໄດ້ສະເໜີກ່ຽວກັບບັນດາຜົນງານໃນກະສິກຳຂອງ ຫວຽດນາມ, ນະໂຍບາຍຊຸກຍູ້ກະສິກຳຂຽວ ກໍ່ຄືບັນດາສິ່ງທ້າທາຍສຳລັບກະສິກຳແບບຍືນຍົງ, ໃນນັ້ນມີບັນຫາສະມັດຕະພາບຕ່ຳ ແລະ ຜົນກະທົບຕໍ່ສິ່ງແວດລ້ອມຍ້ອນການນຳໃຊ້ຝຸ່ນເຄມີ ແລະ ຢາຂ້າສັດຕູພືດ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກູ໊ຍ ເນັ້ນໜັກເຖິງຄວາມສຳຄັນຂອງບັນດາຂໍ້ລິເລີ່ມເພື່ອແນໃສ່ນຳນະໂຍບາຍກເຂົ້າໃນຊີວິດຕົວຈິງ, ໃນນັ້ນມີຂໍ້ລິເລີ່ມ VietGAPs ຊ່ວຍເພີ່ມສະມັດຕະພາບ ແລະ ຫລຸດຜ່ອນຜົນກະທົບເຖິງສິ່ງແວດລ້ອມ, ພ້ອມທັງຍົກສູງລາຍຮັບຂອງຊາວກະສິກອນ.