ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ສ.ເຊັກ​ໂກ​ຢູ່ ອາ​ຊີ

(VOVWORLD) - ວັນທີ 15 ມິຖຸນາ, ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກໂກ, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ສົມທົບກັບຫ້ອງການການຄ້າເຊັກໂກ ຈັດເວທີປາໄສວິສາຫະກິດ ເຊັກໂກ - ຫວຽດນາມ.

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ສ.ເຊັກ​ໂກ​ຢູ່ ອາ​ຊີ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທ໊າຍຊວັນຢຸງ ກ່າວຄຳເຫັນທີ່ເວທີປາໄສ

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ທ໊າຍຊວັນຢຸງ ໃຫ້ຮູ້ວ່າ ເຖິງວ່າສະພາບການໂລກພວມມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ກໍ່ຕາມ ແຕ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ກໍ່ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ປັບປຸງ ແລະ ພັດທະນາຢ່າງແຮງ. ສອງຝ່າຍຍັງຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ.

ໂດຍແບ່ງປັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສ.ເຊັກໂກ Edvard Kozusnik ໃຫ້ຮູ້ວ່າ:

 ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ສ.ເຊັກໂກ ຫວ່າງໆມໍ່ໆມານີ້ ໄດ້ປະກອບສ່ວນເຂົ້າໃນການພັດທະນາການເຄື່ອນໄຫວດຳເນີນທຸລະກິດຂອງບັນດາວິສາຫະກິດ ເຊັກໂກ ຢູ່ ຫວຽດນາມ ແລະ ກົງກັນຂ້າມ. ພວກເຮົາໄດ້ມີການພົວພັນທີ່ຍາວນານ ແລະ ປັດຈຸບັນແມ່ນກາລະໂອກາດໃຫຍ່ເພື່ອຊຸກຍູ້ການເຕີບໂຕດຳເນີນທຸລະກິດຂອງບັນດາວິສາຫະກິດສອງຝ່າຍ. ເວທີປາໄສນີ້ແມ່ນບາດກ້າວສຳຄັນເພື່ອໃຫ້ສອງຝ່າຍແບ່ງປັນບົດຮຽນປະສົບການໃນການດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ