ຫວຽດນາມ ແມ່ນປະເທດປອດໄພທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບການເງິນອອນລາຍ

(VOVWORLD) -ບັນດາການສະຖິຕິຫວ່າງມໍ່ໆມານີ້ຂອງບໍລິສັດນີ້ໄດ້ຊີ້ໃຫ້ເຫັນວ່າ ການຫຼອກຕົວະທີ່ກ່ຽວຂ້ອງເຖິງທະນາຄານ, ລະບົບຊຳລະ ແລະ ຮ້ານຂາຍເຄື່ອນອອນລາຍຢູ່ ຫວຽດນາມ ແມ່ນຕ່ຳກວ່າເມື່ອທຽບໃສ່ບັນດາປະເທດຢູ່ ອາຊີຕາເວັນອອກສ່ຽງໃຕ້.
ຫວຽດນາມ ແມ່ນປະເທດປອດໄພທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບການເງິນອອນລາຍ - ảnh 1(ພາບປະກອບ: datalinknetworks.net)

ບໍລິສັດຜະລິດ ແລະ ຈຳໜ່າຍຊອບແວແຖວໜ້າ Kaspersky Lab (ລັດເຊຍ) ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດ “ປອດໄພທີ່ສຸດ” ຢູ່ອາຊີຕາເວັນອອກສ່ຽງໃຕ້ ຕໍ່ໜ້າຄວາມສ່ຽງນາບຂູ່ບຸກໂຈມຕີດ້ານການເງິນແນໃສ່ບັນດາທະນາຄານ, ລະບົບຊຳລະ ແລະ ຮ້ານຂາຍເຄື່ອງອອນລາຍ. ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Sputnik ຫວ່າງມໍ່ໆມານີ້, ທ່ານ Yeo Siang Tiong, ຜູ້ອຳນວຍການໃຫຍ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງ Kaspersky Lab, ໃຫ້ຮູ້ວ່າ ບັນດາການສະຖິຕິຫວ່າງມໍ່ໆມານີ້ຂອງບໍລິສັດນີ້ໄດ້ຊີ້ໃຫ້ເຫັນວ່າ ການຫຼອກຕົວະທີ່ກ່ຽວຂ້ອງເຖິງທະນາຄານ, ລະບົບຊຳລະ ແລະ ຮ້ານຂາຍເຄື່ອນອອນລາຍຢູ່ ຫວຽດນາມ ແມ່ນຕ່ຳກວ່າເມື່ອທຽບໃສ່ບັນດາປະເທດຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕາມທ່ານ Yeo Siang Tiong ແລ້ວ: ການແລກປ່ຽນການຄ້າ, ຊື້ຂາຍທາງອອນລາຍຂອງຜູ້ບໍລິໂພກ ຫວຽດນາມ ນັບມື້ນັບໄດ້ຮັບການປົວແປງ. ສິ່ງດັ່ງກ່າວອາດແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງລັດຖະບານ ຫວຽດນາມ ໃນການຍົກສູງຄວາມຮັບຮູ້ກ່ຽວກັບຄວາມໝັ້ນຄົງດ້ານການຄ້າ. ບົດລາຍງານ Fintech and Digital Banking 2025 ພາກພື້ນອາຊີ - ປາຊີຟິກ ໄດ້ໃສ່ໃຈວ່າ, ການແລກປ່ຽນການຄ້າທາງໂທລະສັບມືຖືຢູ່ ຫວຽດນາມ ຄາດວ່າຈະເພີ່ມຂຶ້ນ 300% ໃນປີ 2025, ຍ້ອນການລະເບີດຂອງພື້ນຖານເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ