ຫວຽດນາມ ແມ່ນໜຶ່ງໃນ 3 ຄູ່ຮ່ວມມືສຳຄັນທີ່ສຸດຂອງສະຫະພັນລັດເຊຍ ຢູ່ ອາຊີ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ປຶກສາຫາລືບັນດາແງ່ມູມໃນການພົວພັນ ລັດເຊຍ - ຫວຽດນາມ ຢ່າງຮອບດ້ານ, ຈາກການຮ່ວມມືການເມືອງ, ເສດຖະກິດ, ວິທະຍາສາດການທະຫານ ຕະຫຼອດຮອດບັນດາປັດໄຈພວມກໍ່ຜົນສະທ້ອນເຖິງການພົວພັນ 2 ປະເທດ
 

ຫວຽດນາມ ແມ່ນໜຶ່ງໃນ 3 ຄູ່ຮ່ວມມືສຳຄັນທີ່ສຸດຂອງສະຫະພັນລັດເຊຍ ຢູ່ ອາຊີ - ảnh 1 ກອງປະຊຸມສຳມະນາຢູ່ ສະຖາບັນຕາເວັນອອກໄກ, ສະພາມະຫາບັນດິບວິທະຍາສາດ ລັດເຊຍ

(ພາບ:  Quang Vinh/Vietnam+)

ວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ມົດສະກູ, ສະຖາບັນຕາເວັນອອກໄກ, ສະພາມະຫາບັນດິບວິທະຍາສາດ ລັດເຊຍ ໄດ້ຈັດຕັ້ງການປະຊຸມຂ່າວ ແລະ ກອງປະຊຸມສຳມະນາໂຕະມົນດ້ວຍຫົວຂໍ້ວ່າ “ສະພາບການຕົວຈິງ ແລະ ແງ່ຫວັງການພົວພັນ ລັດເຊຍ - ຫວຽດນາມ” ເນື່ອງໃນໂອກາດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແຕ່ວັນທີ 28 ມິຖຸນາ ຫາວັນທີ 1 ກໍລະກົດ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ປຶກສາຫາລືບັນດາແງ່ມູມໃນການພົວພັນ ລັດເຊຍ - ຫວຽດນາມ ຢ່າງຮອບດ້ານ, ຈາກການຮ່ວມມືການເມືອງ, ເສດຖະກິດ, ວິທະຍາສາດການທະຫານ ຕະຫຼອດຮອດບັນດາປັດໄຈພວມກໍ່ຜົນສະທ້ອນເຖິງການພົວພັນ 2 ປະເທດ, ເພື່ອຈາກນັ້ນ ປະກອບຄຳເຫັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Evgheny Kobelev, ນັກຄົ້ນຄ້ວາ ແລະ ໄຈ້ແຍກການເມືອງຂັ້ນສູງຂອງ ສະພາມະຫາບັນດິບວິທະຍາສາດ ລັດເຊຍ ຖືວ່າ: ການພົວພັນ ລັດເຊຍ - ຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດມຸ່ງໄປເຖິງອາຊີ ຂອງສະຫະພັນລັດເຊຍ.

        ກ່ຽວກັບການຮ່ວມມືເສດຖະກິດແລ້ວ, ທ່ານ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນຂຶ້ນກັບ ສະຖາບັນຕາເວັນອອກໄກ, ສະພາມະຫາບັນດິບວິທະຍາສາດ ລັດເຊຍ, ຖືວ່າ: ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບສະຫະພັນເສດຖະກິດ ອາຊີ - ເອີລົບ ມີຜົນສັກສິດແຕ່ເດືອນ ຕຸລາ 2016 ແມ່ນກຳລັງໜູນພໍສົມຄວນຊຸກຍູ້ການເຕີບໂຕການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ