ຫວຽດນາມ ແມ່ນ ໜຶ່ງໃນ ຈຳນວນ ຕະຫຼາດ 3 ແຫ່ງມີຄວາມປອດໄພທີ່ສຸດ ອາຊີຕາເວັນອອກສ່ຽງໃຕ້ ສຳລັບບັນດານັກລົງທຶນ
(VOVWORLD) -ທ່ານ Desmond Loh, ຜູ້ອຳນວຍການບັນຊີລາຍຊື່ການລົງທຶນຢູ່ JPMorgan Asset Management ຖືວ່າ ຫວຽດນາມ ແມ່ນ ປະເທດພົ້ນເດັ່ນໃນຊຸມປີຜ່ານມາ ກ່ຽວກັບຄວາມສາມາດໃນການຟື້ນຟູ ແລະ ເຕີບໂຕເສດຖະກິດ.
ວິສາຫະກິດຍີ່ປຸ່ນ ມາລົງທຶນຢູ່ ຫວຽດນາມ (ພາບ: TTXVN) |
ຫວ່າງມໍ່ໆມານີ້, ຊ່ອງໂທລະພາບ CNBC (ອາເມລິກາ) ໄດ້ຕອບສຳພາດຕໍ່ບັນການັກວິເຄາະຂອງທະນາຄານ Goldman Sachs ແລະ JPMorgan Asset Management ວ່າ ຕະຫຼາດໃດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ແມ່ນການເລືອກເຟັ້ນແຖວໜ້າຂອງເຂົາເຈົ້າ ໝາກຜົນຂອງທັງສອງ ທະນາຄານລ້ວນແຕ່ຄັດເລືອກ ຫວຽດນາມ, ອິນໂດເນເຊຍ ແລະ ສິງກະໂປ. JPMorgan Asset Management ຕີລາຄາສູງຕະຫຼາດຫວຽດນາມ. ທ່ານ Desmond Loh, ຜູ້ອຳນວຍການບັນຊີລາຍຊື່ການລົງທຶນຢູ່ JPMorgan Asset Management ຖືວ່າ ຫວຽດນາມ ແມ່ນ ປະເທດພົ້ນເດັ່ນໃນຊຸມປີຜ່ານມາ ກ່ຽວກັບຄວາມສາມາດໃນການຟື້ນຟູ ແລະ ເຕີບໂຕເສດຖະກິດ. ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍພື້ນຖານເສດຖະກິດໃນໂລກ ມີອັດຕາການເຕີບໂຕທີ່ຕັ້ງໜ້າໃນຕະຫຼອດໄລຍະເກີດໂລກລະບາດໂຄວິດ - 19. ຕາມບັນດາທະນາຄານລົງທຶນແຖວໜ້າຂອງ Wall Street ແລ້ວ, ຄວາມເຄັ່ງຕຶງດ້ານພູມມີປະເທດການເມືອງ ໃນທົ່ວໂລກ ພວມປິນຂັ້ນໄດ, ແຕ່ບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້ອາດຈະນຳມາເຊິ່ງຄວາມປອດໄພໃຫ້ແກ່ນັກລົງທຶນ.