ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນິງ ແລະ ທ່ານລັດຖະມົນຕີກະຊວງກະສີກຳ ແລະ ຜະລິດຕະພັນກະເສດ,
ອາຫານ ການາດາ Grrery Ritz
|
(vovworld)- ຕອຍບ່າຍວັນທີ 29/11, ທີ່ການຕ້ອນຮັບລັດຖະມົນຕີກະຊວງກະສີກຳ ແລະ ຜະລິດຕະພັນກະເສດ, ອາຫານ ການາດາ Grrery Ritz ຊຶ່ງພວມຢ້ຽມຢາມຫວຽດນາມນັ້ນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນິງຢືນຢັນວ່າ ຫວຽດນາມຊົມເຊີຍເລື່ອງ ການາດານັບມື້ນັບສົນໃຈ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າພາກພື້ນອາຊີປາຊີຝິກ, ອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນິງຫວັງວ່າ ໃນໄລຍະທີ່ຈະມາເຖິງ, ການາດາຈະສືບຕໍ່ໜູນຊ່ວຍໂຄງການກໍ່ສ້າງ ແລະ ຄວບຄຸມຄຸນນະພາບ ຜະລິດຕະພັນກະເສດ, ອາຫານຢູ່ຫວຽດນາມ, ປະກອບສ່ວນຮັບປະກັນຄວາມປອດໄພດ້ານສະບຽງອາຫານແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນິງ ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພົວພັນກັບ ການາດາ ແລະ ຫວັງໃຫ້ການພົວພັນລະຫວ່າງ 2 ປະເທດນັບມື້ນັບພັດທະນາຮອບດ້ານ ແລະ ເຂົ້າສູ່ລວງເລິກ.
ສ່ວນທ່ານ ລັດຖະມົນຕີກະຊວງກະສີກຳ ແລະ ຜະລິດຕະພັນກະເສດ, ອາຫານ ການາດາ Grrery Ritz ຖືວ່າ ໃນໄລຍະທີ່ຈະເຖິງ, ຫວຽດນາມ ແລະ ການາດາ ຄວນກວດຄືນບັນດາຂົງເຂດຮ່ວມມື, ຈາກນັ້ນສ້າງແຜນການເພື່ອນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່.