(ພາບປະກອບ)
|
Vovworld- ຕອນເຊົ້າວັນທີ 26/11, ຢູ່ຮ່າໂນ້ຍ, ຫວຽດນາມ ແລະ ຍີປຸ່ນໄດ້ດຳເນີນການສົນທະນາຫາລື ຍຸດທະສາດ ປ້ອງກັນຊາດຂັ້ນຮອງລັດຖະມົນຕີຄັ້ງທີ່ 1 ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີ້ຫວິ້ງ ແລະ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຍີປຸ່ນ Hironori Kanazawa . 2 ຝ່າຍໄດ້ເປັນເອກະສັນນຳກັນວ່າ ໃນໄລຍະທີ່ຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ - ຍີປຸ່ນ ພວມກ້າວສູ່ໄລຍະພັດທະນາໃໝ່ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ, ໃນນັ້ນມີຂົງເຂດຮ່ວມມືປ້ອງກັນຊາດ. ກ່ຽວກັບທິດທາງການຮ່ວມມື, 2 ຝ່າຍເຫັນດີໃນຫຼາຍມາດຕະການແນໃສ່ເພີ່ມທະວີ, ຊຸກຍູ້ການ ຮ່ວມມືປ້ອງກັນຊາດ 2 ຝ່າຍໃນຂົງເຂດແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ແລກປ່ຽນບົດຮຽນ, ເຂົ້າຮ່ວມປົກປັກຮັກສາສັນຕິພາບ, ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ເສນາຣັກ, ການຮ່ວມມືລະຫວ່າງບັນດາສະຖາບັນຄົ້ນຄ້ວາ ແລະ ຮັບມືກັບບັນຫາປ້ອງກັນຄວາມສະຫງົບຢ່າງບໍ່ເຄີຍມີມາກ່ອນ. ໃນວັນດຽວກັນ, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງກໍໄດ້ໃຫ້ການຕ້ອນຮັບ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຍີປຸ່ນ Hironori Kanazawa ຢ່າງສະໜິດສະໜົມ .